CMG ເປີດເຜີຍຟີມສາລະຄະດີ “ຈີນໃນຮອບ 10 ປີ” ຫຼາຍພາສາ

2022-09-30 15:49:00 CRI

ວັນທີ 30 ກັນຍານີ້, ພິທີເຜີຍແຜ່ຟີມສາລະຄະດີ “ຈີນໃນຮອບ 10 ປິ” ທີ່ພາກເປັນຫຼາຍພາສາຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ຟີມສາລະຄະດີ “ຈີນໃນຮອບ 10 ປີ” ໄດ້ຄົ້ນຫາການປ່ຽນແປງນ້ອຍໃຫຍ່ທຸກຢ່າງທີ່ເກີດຂຶ້ນຢູ່ຕາມແຜ່ນດິນຈີນ ແລະ ອະທິບາຍເຄັດລັບຂອງການພັດທະນາທີ່ແຝງຢູ່ເບື້ອງຫຼັງ ໂດຍຜ່ານຕົວເລກຂໍ້ມູນອັນມະຫາສານ ພ້ອມທັງໄດ້ເຜີຍແຜ່ຕໍ່ຕ່າງປະເທດ ດ້ວຍສາລະພັດສື່ລວມມີ 44 ພາສາ ເຊິ່ງໄດ້ແນະນຳຜົນສຳເລັດທີ່ໜ໊າອັດສະຈັນຂອງຈີນໃນຮອບ 10 ປີທີ່ຜ່ານມາ ຕໍ່ເພື່ອນມິດທັງພາຍໃນແລະຕ່າງປະເທດ ພ້ອມທັງໄດ້ເລົ່າເລື່ອງລາວສູ້ຊົນຜ່ານຜ່າຂອງຈີນໃນຍຸກໃໝ່ຕໍ່ໂລກ.