ຈີນກາຍເປັນປະເທດໃຫຍ່ອັນດັບ 1 ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກ

2022-09-30 11:03:30 CRI

ໃນ 10 ປີຜ່ານມາ, ການຄ້າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນ ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ຫຼາຍເທື່ອ, ຈີນໄດ້ກາຍເປັນປະເທດໃຫຍ່ອັນດັບ 1 ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກແລ້ວ. ປະລິມານການຂົນຖ່າຍສິນຄ້າຂອງທ່າກຳປັ່ນແມ່ນດັດຊະນີສຳຄັນທີ່ຊີ້ບອກຄວາມສາມາດດ້ານການຂົນສົ່ງຂອງທ່າກຳປັ່ນ. ປີ 2021, ການຂົນຖ່າຍສິນຄ້າຂອງກຸ່ມທ່າກຳປັ່ນແຂວງຊ່ານຕົ່ງຂອງຈີນ ບຸກທະລຸໄດ້ 1,5 ຕື້ໂຕນ ເຊິ່ງເປັນລະດັບຢູ່ແຖວໜ້າຂອງໂລກ.

ມາຮອດທ້າຍປີ 2021, ທົ່ວປະເທດຈີນມີບ່ອນທຽບເຮືອໃນທ່າເຮືອທີ່ໃຊ້ໃນການຜະລິດ ທັງໝົດ 20.867 ບ່ອນ, ບ່ອນທຽບເຮືອທີ່ບັນທຸກນ້ຳໜັກໄດ້ຫຼາຍກວ່າ 1 ໝື່ນໂຕນມີ 2.659 ບ່ອນ, ພື້ນຖານໂຄງລ່າງການຂົນສົ່ງທາງນ້ຳມີຂະໜາດໃຫຍ່ໂດຍລວມເປັນອັນດັບ 1 ຂອງໂລກ, ຈີນໄດ້ສ້າງເສັ້ນທາງການເດີນເຮືອທາງທະເລກັບທ່າເຮືອຕົ້ນຕໍຂອງ 100 ກວ່າປະເທດ ແລະ ເຂດແຄວ້ນ, ແມ່ນປະເທດທີ່ມີເສັ້ນທາງການເດີນເຮືອທາງທະເລຕິດຕໍ່ກັບປະເທດອື່ນຫຼາຍທີ່ສຸດຢູ່ໃນໂລກ, ປີ 2021, ປະລິມານການຂົນຖ່າຍສິນຄ້າ ແລະ ປະລິມານການຂົນຖ່າຍຕູ້ຄອນເທັນເນີຂອງທ່າເຮືອຕ່າງໆຂອງຈີນ ລ້ວນແຕ່ເປັນອັນດັບ 1 ຂອງໂລກ.