ເສັ້ນທາງສາຍໃໝ່ທາງບົກແລະທາງທະເລພາຕາເວັນຕົກຈີນຈະສະໜອງໂອກາດການພັດທະນາໃໝ່ທີ່ຫຼາຍກວ່າເກົ່າແກ່ປະເທດໃນພາກພື້ນ

2022-10-01 17:56:27 CRI

 

ຕາມຂ່າວCRI: ວັນທີ 30 ກັນຍານີ້, ທ່ານນາງມາວນີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການຮ່ວມມືຂ້າມຊາຍແດນຕາມເສັ້ນທາງສາຍໃໝ່ທາງບົກແລະທາງທະເລພາກຕາເວັນຕົກຈີນໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວ. ທ່ານນາງກ່າວວ່າ, ປັດຈຸບັນ, ເສັ້ນທາງສາຍໃໝ່ທາງບົກແລະທາງທະເລທີ່ພາກຕາເວັນຕົກຈີນໄດ້ເຊື່ອມຕໍ່ກັບທ່າກຳປັ່ນ 335 ແຫ່ງຂອງ 113 ປະເທດແລະເຂດແຄວ້ນໃນທົ່ວໂລກ, ເສັ້ນທາງເຊື່ອມຕໍ່ທີ່ມີການຮ່ວມມືແບບເປີດປະຕູ, ການພັດທະນາຮ່ວມກັນສາຍນີ້ຈະສືບຕໍ່ສະໜອງໂອກາດການພັດທະນາຫຼາຍກວ່າເກົ່າໃຫ້ແກ່ປະເທດຈີນແລະບັນດາປະເທດໃນພາກພື້ນ.

 

ຂ່າວແຈ້ງວ່າ, ເສັ້ນທາງສາຍໃໝ່ທາງບົກແລະທາງທະເລພາຕາເວັນຕົກຈີນແມ່ນເສັ້ນທາງທີ່ສຳຄັນເຊິ່ງໄດ້ປົກຫຸ້ມບັນດາແຂວງ,ເຂດປົກຄອງຕົນເອງແລະນະຄອນທາງພາກເວັນຕົກຂອງຈີນ, ແລະເຊື່ອມຕໍ່ກັບອາຊຽນແລະແຜ່ນດິນໃຫຍ່ເອີຣົບອາຊີ, ແມ່ນແລວທາງເສດຖະກິດທີ່ສຳຄັນໃນການຊຸກຍູ້ການໄປມາຫາສູ່ກັນດ້ານການຄ້າລະຫວ່າງຈີນ-ອາຊຽນ. ການເປີດໃຫ້ແລ່ນລົດຂອງເສັ້ນທາງສາຍໃໝ່ທາງບົກແລະທາງທະເລພາຕາເວັນຕົກຈີນໄດ້ຍົກສູງປະສິດທິພາບການຈໍລະຈອນສິນຄ້າສາກົນຢ່າງເດັ່ນຊັດ, ໄດ້ຫຼຸດຕົ້ນທຶນການຈໍລະຈອນສິນຄ້າໃຫ້ຕ່ຳລົງ, ມີຜົນດີຕໍ່ຈີນ, ອາຊຽນແລະປະເທດຕ່າງໆຂອງRCEP. ເສັ້ນທາງສາຍໃໝ່ທາງບົກແລະທາງທະເລພາຕາເວັນຕົກຈີນໄດ້ກາຍເປັນແມ່ແຮງໃໝ່ໃນການສ້າງ ໜຶ່ງແລວໜຶ່ງເສັ້ນທາງ ຮ່ວມກັນ, ເປັນການສະແດງຢ່າງແທ້ຈິງຂອງການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງຕໍ່ເນື່ອງຂອງຈີນ.