
ຕອນເຊົ້າວັນທີ 30 ກັນຍານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈີ້ນຜິງ, ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ແທນທີມງານໂຄງການເຮືອບິນໂດຍສານຂະໜາດໃຫຍ່ C919 ແລະຊົມການວາງສະແດງໝາກຜົນໂຄງການດັ່ງກ່າວ, ທ່ານໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສຳເລັດລັກສະນະຂັ້ນຕອນທີ່ໄດ້ຮັບໃນໜ້າທີ່ຄົ້ນຄວ້າຜະລິດເຮືອບິນໂດຍສານຂະໜາດໃຫຍ່ C919 ໃນໄລຍະຜ່ານມາ. ທ່ານກ່າວເນັ້ນວ່າ, ການໃຫ້ຍົນໂດຍສານຂະໜາດໃຫຍ່ຂອງຈີນບິນຢູ່ເທິງທ້ອງຟ້າ, ເປັນການສະແດງໃຫ້ເຫັນເຖິງຈິດໃຈແຫ່ງຊາດ, ຄວາມໄຝ່ຝັນຂອງຊົນຊາດແລະຄວາມປາຖະໜາຂອງປະຊາຊົນ, ຕ້ອງເສີມຂະຫຍາຍທ່າແຮງໃນດ້ານລະບອບທີ່ສາມາດສຸມກຳລັງທົ່ວປະເທດເຂົ້າໃນວຽກງານຕ່າງໆ ແບບໃໝ່, ຍຶດໝັ້ນຖືຄວາມປອດໄພ ແລະຄຸນນະພາບເປັນສິ່ງສຳຄັນອັນດັບໜຶ່ງ ຢ່າງສະເໝີຕົ້ນສະເໝີປາຍ ແລະໃນໄລຍະຍາວນານ, ບັນລຸການບຸກທະລຸໃຫຍ່ກວ່າເກົ່າໃນດ້ານການຄົ້ນຄວ້າເຕັກນິກໃຈກາງທີ່ສຳຄັນ, ເລັ່ງລັດການພັດທະນາແບບຂະໜາດໃຫຍ່ແລະມີລະບົບ, ຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງດ້ານການຜະລິດຢ່າງຕິດແທດຕົວຈິງ, ບຸກບັ່ນສູ້ຊົນຢ່າງບໍ່ລົດລະເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະບັນລຸຄວາມຝັນຂອງຈີນທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊົນຈີນຄືນໃໝ່.

ທ່ານສີຈີ້ນຜິງກ່າວເນັ້ນວ່າ, ໃນຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊົນຈີນ, ພວກເຮົາຕ້ອງມີຍຸດທະສາດຍາວໄກ, ວາງເປົ້າໝາຍລະອຽດທີ່ສອດຄ່ອງກັບສະພາບຄວາມເປັນຈິງ, ຄັດເລືອກເສັ້ນທາງພັດທະນາເຕັກນິກຢ່າງຖືກຕ້ອງ, ເຮັດວຽກຕ່າງໆໃຫ້ດີຢ່າງມີລຳດັບ. ຕ້ອງມີອຸດົມການທີ່ສູງສົ່ງ, ບາກບັ່ນສູ້ຊົນ ເພື່ອປີນຂຶ້ນສູ່ຈອມພູແຫ່ງເຕັກນິກວິທະຍາສາດທີ່ສູງສຸດໃນໂລກ.