ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາເນື່ອງໃນໂອກາດວັນຊາດຈີນຄົບຮອບ 73 ປີ

2022-10-01 13:12:26 CRI

ວັນທີ 1 ຕຸລານີ້, ແມ່ນວັນຊາດຈີນ, ສາທາລະນະລັດປະຊາຊົນຈີນໄດ້ສະຖາປະນາຂຶ້ນຄົບຮອບ 73 ປີ. ຢູ່ສະໜາມຫຼວງທ່ຽນອ່ານເມິນຂອງນະຄອນຫຼວງປັກກິ່ງ, ໄດ້ຮັບການປະດັບປະດາຢ່າງສວຍງາມ ເພື່ອຕ້ອນຮັບວັນຊາດຈີນ. ຕອນເຊົ້າມື້ນີ້, ໄດ້ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາຢູ່ທີ່ນີ້, ທ່າມກາງແສງຕາເວັນສາຍທໍາອິດໃນຕອນເຊົ້າ, ໃນສຽງເພງຊາດຈີນທີ່ສະຫງ່າຜ່າເຜີຍ, ທຸງແດງຫ້າດາວໄດ້ຄ່ອຍໆຂຶ້ນສູ່ຍອດເສົາ. ມາສໍາຜັດກັບບັນຍາກາດທີ່ຄຶກຄື້ນຂອງພິທີຊັກທຸງຊາດຈີນໃນມື້ນີ້ນໍາກັນ.