ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການປະດິດສ້າງວິທະຍາສາດເຕັກໂນໂລຊີກັບປະເທດຕ່າງໆດ້ວຍທ່າທີເປີດກວ້າງກວ່າເກົ່າ

2022-10-01 14:24:11 CRI


     ວັນທີ 30 ກັນຍາແລ້ວນີ້, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການປະດິດສ້າງວິທະຍາສາດເຕັກໂນໂລຊີກັບປະເທດຕ່າງໆດ້ວຍທ່າທີເປີດປະຕູໃຫ້ກວ້າງກວ່າເກົ່າ.


     ວັນທີ 29 ກັນຍາແລ້ວນີ້, ອົງການສິດຊັບສິນທາງປັນຍາໂລກໄດ້ເຜີຍແຜ່ດັດສະນີການປະດິດສ້າງທົ່ວໂລກປີ 2022, ຈີນເປັນອັນດັບ 11, ປີ 2021, ຈີນເປັນອັນດັບ 12. ກ່ຽວກັບເລື່ອງນີ້, ທ່ານນາງມາວນີງກ່າວວ່າ: ທີ່ຈິງແລ້ວ, ໃນບັນຊີລຽງລຳດັບຂອງດັດສະນີການປະດິດສ້າງທົ່ວໂລກ, ຈີນໄດ້ມີລະດັບສູງຂຶ້ນຢ່າງໜັກແໜ້ນໃນ 10 ປີລຽນຕິດ. ຈາກອັນດັບ 34 ເມື່ອປີ 2012 ຮອດອັນດັບ 11 ໃນປີນີ້, ຈີນໄດ້ຍົກສູງ 23 ລະດັບພາຍໃນ 10 ປີ, ໄດ້ສະແດງໃຫ້ເຫັນຄວາມໄວຂອງຈີນອີກເທື່ອໜຶ່ງ ແລະໄດ້ຢືນຢັນປະສິດທິຜົນອັນເດັ່ນຊັດທີ່ຈີນໄດ້ຮັບໃນດ້ານການປົກປ້ອງສິດຊັບສິນທາງປັນຍາ.


     ທ່ານນາງມາວນີງຍັງກ່າວເນັ້ນວ່າ: ໃນອະນາຄົດ, ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານການປະດິດສ້າງວິທະຍາສາດເຕັກໂນໂລຊີກັບປະເທດຕ່າງໆດ້ວຍທ່າທີເປີດປະຕູໃຫ້ກວ້າງກວ່າເກົ່າ, ຕັ້ງໜ້າເຂົ້າຮ່ວມການປັບປຸງວຽກງານສິດຊັບສິນທາງປັນຍາທົ່ວໂລກ ແລະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການພັດທະນາສິດຊັບສິນທາງປັນຍາທົ່ວໂລກຢ່າງສະເໝີພາບ ໂອບເອື້ອອາລີ ແລະເປັນແບບຍືນຍົງ.