ອະດີດນາຍົກເອຢິບ: ການນຳພາຂອງພັກກອມມູນິດຈີນແມ່ນຂໍກະແຈໃນການບັນລຸຄວາມຝັນຂອງປະຊາຊົນຈີນ

2022-10-01 17:59:01 CRI

 

 ຫວ່າງກ່ອນນີ້ບໍ່ດົນ, ທ່ານເອຊາມ ຊາຣາຟ, ອະດີດນາຍົກລັດຖະມົນຕີເອຢິບກ່າວໃນເວລາໃຫ້ສຳພາດສະເພາະຕໍ່ນັກຂ່າວຂອງຂ່າວສານຊິນຮວາວ່າ, ນັບແຕ່ພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນເປັນເວລາ  100 ກວ່າປີມານີ້, ໄດ້ສຸມກຳລັງເຂົ້າໃນການສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນຢ່າງສະເໝີຕົ້ນສະເໝີປາຍ, ການນຳພາຂອງພັກກອມມູນິດຈີນແມ່ນຂໍກະແຈໃນການບັນລຸຄວາມຝັນຂອງປະຊາຊົນຈີນ.

 

ທ່ານເອຊາມ ຊາຣາຟກ່າວວ່າ: ພັກກອມມູນິດຈີນບໍ່ເຄີຍລືມຈຸດປະສົງເບື້ອງຕົ້ນຂອງຕົນຈັກເທື່ອ, ຈື່ຈຳພາລະໜ້າທີ່, ໄດ້ສ້າງຄວາມມະຫັດສະຈັນແຫ່ງການລຶບລ້າງຄວາມທຸກຍາກເດັດຖານ, ນີ້ກໍ່ແມ່ນສາເຫດແລະແມ່ແຮງຕົ້ນຕໍໃນການບັນລຸການພັດທະນາແລະໄດ້ຮັບຄວາມກ້າວໜ້າຢ່າງຮອບດ້ານຂອງຈີນ.

 

ທ່ານກ່າວວ່າ, ຜົນສຳເລັດຂອງຈີນສອດຄ່ອງກັບຜົນປະໂຫຍດຂອງທົ່ວໂລກ, ພັກກອມມູນິດຈີນກໍໄດ້ສະໜອງບົດຮຽນດ້ານການປົກຄອງປະເທດແລະບໍລິຫານການເມືອງແກ່ປະເທດຕ່າງໆ, ພັກການເມືອງຂອງປະເທດພວມພັດທະນາຕ່າງໆສາມາດຖອດຖອນບົດຮຽນທີ່ສຳຄັນຈາກພຶດຕິກຳຂອງພັກກອມມູນິດຈີນ.

 

ໃນຊຸມປີມໍ່ໆມານີ້, ເອຢິບໄດ້ຕັ້ງໜ້າສ້າງນະຄອນຫຼວງບໍລິຫານການເມືອງແບບໃໝ່ແລະແລວທາງເສດຖະກິດຄອງນ້ຳຊຸຍສ. ທ່ານເອຊາມ ຊາຣາຟກ່າວວ່າ, ການຮ່ວມມືໃນຂົງເຂດການສ້າງເຂດຮ່ວມມືເສດຖະກິດ, ຄົມມະນາຄົມ, ພະລັງງານແລະຂົງເຂດອື່ນໆລະຫວ່າງເອຢິບ-ຈີນໄດ້ສ້າງໂອກາດການປະກອບອາຊີບຢ່າງຫຼວງຫຼາຍແກ່ເອຢິບ, ໄດ້ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ. ການຮ່ວມມືລະຫວ່າງເອຢິບ-ຈີນມີອະນາຄົດທີ່ກວ້າງຂວາງຫຼາຍ.