
ເນື່ອງໃນໂອກາດສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 73 ປີ, ທ່ານເກນນາດີ ກາຕິລົຟ ຜູ້ຕາງໜ້າຖາວອນຣັດເຊຍປະຈຳອົງການສະຫະປະຊາຊາດທີ່ເຊີແນວແຫ່ງສະວິສໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG, ພ້ອມທັງໄດ້ສົ່ງຄຳອວຍພອນຢ່າງຈິງໃຈໄປຍັງປະຊາຊົນຈີນ. ທ່ານກາຕິລົຟໄດ້ຍ້ອງຍໍໃນລະດັບສູງຕໍ່ປະເທດຈີນໃໝ່ທີ່ໄດ້ຮັບຜົນສຳເລັດໃນການພັດທະນາຂອງທຸກຂົງເຂດ, ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການສະໜັບສະໜູນ ແລະການຮ່ວມມືເຊິ່ງກັນແລະກັນລະຫວ່າງຣັດເຊຍ-ຈີນ. ທ່ານກາຕິລົຟຍັງກ່າວຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນທີ່ຈະໄຂຂຶ້ນໃນໄວໆນີ້ມີຄວາມໝາຍອັນສຳຄັນທີ່ສຸດ. ທ່ານກ່າວເນັ້ນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນມີລັກສະນະທີ່ກ້າວໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ກອງປະຊຸມຄັ້ງນີ້ຈະກຳນົດເປົ້າໝາຍໃໝ່ໃຫ້ແກ່ການພັດທະນາຂອງສັງຄົມຈີນ. ພວກເຮົາເຄົາລົບຫຼັກໝັ້ນຂອງຈີນ, ສະໜັບສະໜູນການຕົກລົງຂອງຈີນ, ເພາະວ່າພວກເຮົາເຊື່ອໝັ້ນວ່າ, ການຕົກລົງຂອງກອງປະຊຸມໃຫຍ່ຈະສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນຈີນ. ໃນຖານະທີ່ເປັນປະເທດເພື່ອນມິດຂອງຈີນ, ຈະສະໜັບສະໜູນຈີນໃນດ້ານນີ້ຢ່າງສະເໝີຕົ້ນສະເໝີປາຍ.