ຈີນແລະອົງການສະຫະປະຊາຊາດມອບອຸປະກອນຊຳລະຂີ້ເຫຍື້ອເພື່ອຊ່ວຍເຫຼືອໂຮງໝໍຂອງເນປານ

2022-10-01 15:30:34 cri

      ວັນທີ 29 ກັນຍາຜ່ານມານີ້, ລັດຖະບານຈີນແລະໂຄງການສະຫະປະຊາຊາດເພື່ອການພັດທະນາຫຼື UNDP ໄດ້ຮ່ວມກັນມອບອຸປະກອນຊຳລະຂີ້ເຫຍື້ອໃຫ້ແກ່ໂຮງໝໍນາຣາຢານີທີ່ນະຄອນເບຍການຈີທາງພາກໃຕ້ເນປານ. ໂດຍຜ່ານການຊ່ວຍເຫຼືອຈາກໂຄງການດັ່ງກ່າວ, ໂຮງໝໍທີ່ມີປະຫວັດສາດເກືອບ 70 ປີແຫ່ງນີ້ໄດ້ມີສູນຊຳລະສິ່ງເສດເຫຼືອດ້ານການແພດຂອງຕົນ,ເຊິ່ງໄດ້ປ່ຽນສະພາບການທີ່ຖິ້ມຂີ້ເຫຍື້ອດ້ານການແພດຊະຊາຍໃນເມື່ອກ່ອນຢ່າງເຖິງຖອງ.

      ໃນຖານະເປັນອົງການປະຕິບັດໂຄງການດັ່ງກ່າວຢູ່ເນປານ, ທ່ານ ເບີນາໂດ ຮອງຜູ້ຕາງໜ້າໂຄງການສະຫະປະຊາຊາດເພື່ອການພັດທະນາຫຼື UNDP ປະຈຳເນປານກ່າວວ່າ: ພວກຂ້າພະເຈົ້າໄດ້ຊອກພົບຄູ່ຮ່ວມມືທີ່ດີ,ຈີນໄດ້ໃຫ້ການສະໜັບສະໜູນທີ່ເຂັ້ມແຂງແກ່ພວກເຮົາໃນການຮັບມືກັບກໍລະນີສຸກເສີນທີ່ເກີດຂຶ້ນຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ຂອບກອງທຶນຮ່ວມມືໃຕ້ໃຕ້ແລະການພັດທະນາຂອງໂລກ.