ຜູ້ຊົມຈາກວົງການຕ່າງໆເຂົ້າຊົມຫໍວາງສະແດງປະຫວັດສາດພັກກອມມູນິດຈີນ

2022-10-02 13:53:55 CRI


     ຕອນເຊົ້າວັນທີ 1 ຕຸລາປີ 2022 ນີ້, ຢູ່ໜ້າຮູບທຸງແກະສະຫຼັກຂອງຫໍວາງສະແດງປະຫວັດສາດພັກກອມມູນິດຈີນ, ຄູອາຈານ ແລະນັກສຶກສາຈາກມະຫາວິທະຍາໄລຊີ່ງຮວາປັກກິ່ງ 120 ກວ່າຄົນໄດ້ກ່າວຄຳສາບານໃນເວລາເຂົ້າເປັນສະມາຊິກພັກກອມມູນິດຈີນອີກເທື່ອໜຶ່ງ. ຕາມຂ່າວແຈ້ງໃຫ້ຮູ້ວ່າ, ໃນຍາມພັກວັນຊາດຈີນປີນີ້, ຈະມີຄູອາຈານ ແລະນັກສຶກສາເກືອບ 1 ໝື່ນຄົນຈາກມະຫາວິທະຍາໄລ 18 ແຫ່ງ ເຊັ່ນ ມະຫາວິທະຍາໄລຊີ່ງຮວາ ມະຫາວິທະຍາໄລປັກກິ່ງ ມະຫາວິທະຍາໄລສ້າງຄູປັກກິ່ງ ແລະແຫ່ງອື່ນໆ ພ້ອມດ້ວຍຜູ້ຊົມຈາກວົງການຕ່າງໆຂອງຈີນເຂົ້າຊົມຫໍວາງສະແດງປະຫວັດສາດພັກກອມມູນິດຈີນ, ເພື່ອສົ່ງເສີມມູນເຊື້ອການປະຕິວັດ, ຫວນຄືນຈິດໃຈເບື້ອງຕົ້ນແລະພາລະໜ້າທີ່, ສະສົມກຳລັງສູ້ຊົນກ້າວໄປໜ້າ.



     ໃນວັນຊາດຈີນປີນີ້, ຍັງມີຜູ້ຊົມຈຳນວນຫຼວງຫຼາຍຈາກສັງຄົມມາເຂົ້າຊົມຫໍວາງສະແດງ. ຕາມພະນັກງານແນະນຳໃຫ້ຮູ້ວ່າ, ໂຄຕາຈົດທະບຽນເຂົ້າຊົມຈຳນວນ 5000 ໂຄຕາຫາກໍ່ເປີດອອກຜ່ານທາງອອນລາຍກໍໄດ້ຖືກຈອງລວງໜ້າໃນທັນທີ.