ເກີດແຜ່ນດິນໄຫວຄວາມແຮງ 6.0 ລິກເຕີຢູ່ແຂວງຊຸມາຕຣາເໜືອຂອງອິນໂດເນເຊຍ ເຮັດໃຫ້ມີປະຊາຊົນເສຍຊີວິດ 1 ຄົນ ແລະບາດເຈັບ 9 ຄົນ

2022-10-02 15:32:11 cri

      ຕາມເວັບໄຊອົງການອຸຕຸນິຍົມ,ດິນຟ້າອາກາດແລະຟີຊິກໜ່ວຍໂລກອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ເວລາ 2 ໂມງ 28 ນາທີຂອງວັນທີ 1 ຕຸລານີ້ຕາມເວລາວຽງຈັນ, ຢູ່ເມືອງຕາປານູລີ ອູຕາຣາ ແຂວງຊຸມາຕຣາເໜືອປະເທດອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 6.0 ລິກເຕີ,ຈຸດເກີດແຜ່ນດິນໄຫວຕັ້ງຢູ່ເສັ້ນຂະໜານໃຕ້ 2,13 ອົງສາ,ເສັ້ນແວງຕາເວັນອອກ 98,99 ອົງສາ, ເລິກລົງໄປໃຕ້ດິນ 10 ກິໂລແມັດ. ນັບມາຮອດປັດຈຸບັນໄດ້ເຮັດໃຫ້ມີປະຊາຊົນເສຍຊີວິດ 1 ຄົນ ແລະບາດເຈັບ 9 ຄົນ.

      ຕາມເຈົ້າໜ້າທີ່ພາກສ່ວນກູ້ໄພແລະຊ່ວຍເຫຼືອທ້ອງຖິ່ນແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ນອກຈາກໄດ້ເຮັດໃຫ້ເຮືອນຢູ່ແລະພື້ນຖານໂຄງລ່າງຈຳນວນໜຶ່ງຖືກທຳລາຍແລ້ວ,ຍັງໄດ້ເຮັດໃຫ້ເກີດໄພດິນພູເຈື່ອນ,ຖະໜົນຖືກທຳລາຍແລະຮ້ານຄ້າຖືກໄຟໄໝ້.