ເປີດ ງານວາງສະແດງຜົນງານຮູບແຕ້ມແລະຮູບຖ່າຍ “ສານຝັນໃນຍຸກໃໝ່ຂອງພວກເຮົາ”

2022-10-02 17:13:08 cri


ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງພາບພົດໃໝ່ຂອງຍຸກສະໄໝໃໝ່, ວັນທີ 1 ຕຸລານີ້, ງານວາງສະແດງຜົນງານຮູບແຕ້ມແລະຮູບຖ່າຍທີ່ມີຫົວຂໍ້ວ່າ “ສານຝັນໃນຍຸກໃໝ່ຂອງພວກເຮົາ” ທີ່ມີຄະນະໂຄສະນາສູນກາງພັກກອມມູນິດຈີນແລະສະຫະພັນວົງການສິລະປະວັນນະຄະດີຈີນ ຮ່ວມກັນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຢູ່ຫໍວາງສະແດງປະຫວັດສາດພັກກອມມູນິດຈີນ.


ງານວາງສະແດງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ທີ່ ພັກ ລັດໄດ້ຮັບ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນແລະຊີວິດການເປັນຢູ່ທີ່ມີຄວາມສຸກຂອງປະຊາຊົນ, ເຊິ່ງໄດ້ວາງສະແດງຜົນງານສິລະປະ 150 ກວ່າຜົນງານທີ່ເປັນຮູບແບບຕ່າງໆ, ເຊັ່ນ: ຮູບແຕ້ມຈີນ, ຮູບແຕ້ມນ້ຳມັນ, ຮູບແກະສະຫຼັກແລະອື່ນໆ, ພ້ອມທັງຜົນງານຮູບຖ່າຍ 150 ກວ່າແຜ່ນ. ຜົນງານຕ່າງໆມີຫົວຂໍ້ກ່ຽວພັນເຖິງການປ່ຽນແປງຂອງຍຸກສະໄໝ, ຄວາມກ້າວໜ້າຂອງຈີນ, ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ໄດ້ສັນລະເສີນອຸດົມການແຫ່ງການບາກບັ່ນສູ້ຊົນ, ກຳລັງແຫ່ງການປະດິດສ້າງແລະໝາກຜົນຂອງການພັດທະນາ, ໄດ້ແຕ້ມຮູບທີ່ສະຫງ່າຜ່າເຜີຍແລະຖ່າຍຮູບຄວາມເປັນຈິງ, ສະແດງໃຫ້ເຫັນເຖິງຈິດໃຈຂອງປະຊາຊົນຈີນໃນຂະບວນການບາກບັ່ນສູ້ຊົນແລະສ້າງຜົນງານໃນຍຸກສະໄໝໃໝ່,  ແລະຄວາມໝັ້ນໃຈຂອງປະຊາຊົນຈີນໃນການສະແຫວງຫາຄວາມຝັນແລະສານຝັນ . ໄດ້ວາງສະແດງຜົນງານດີເດັ່ນຂອງ ຜູ້ປະກອບອາຊີບດ້ານສິລະປະແລະນັກຖ່າຍຮູບອັນໄພສານ ທີ່ລົງເລິກຮາກຖານໃນຊີວິດການເປັນຢູ່, ໃກ້ຊິດກັບປະຊາຊົນແລະປະດິດສ້າງຢ່າງຕັ້ງໃຈ.


ງານວາງສະແດງດັ່ງກ່າວຈະຈັດຂຶ້ນໄປຮອດເດືອນທັນວາປີ 2022.