ທໍ່ສົ່ງອາຍແກັສທຳມະຊາດ “Nord Stream-2” ບໍ່ຮົ່ວອາຍອີກແລ້ວ

2022-10-02 14:53:42 CRI

 

ຕາມຂ່າວCRI: ວັນທີ ຕຸລານີ້ຕາມເວລາທ້ອງຖິ່ນ, ກົມພະລັງງານ ດານມາກກ່າວວ່າ, ຕາມຂໍ້ມູນຂ່າວສານທີ່ສະໜອງໂດຍບໍລິສັດ Nord Stream(AG) ທີ່ດຳເນີນທຸລະກິດທໍ່ສົ່ງອາຍແກັສທຳມະຊາດ “Nord Stream” ສະແດງໃຫ້ເຫັນວ່າ:ຄວາມດັນໃນທໍ່ສົ່ງອາຍແກັສທຳມະຊາດ  “Nord Stream-2” ໄດ້ມີຄວາມໝັ້ນທ່ຽງໃນປັດຈຸບັນນີ້, ເຊິ່ງສະແດງໃຫ້ເຫັນ ວ່າອາຍແກັສທຳມະຊາດທີ່ຮັກສາສະພາບເພີ່ມຄວາມດັນໃນທໍ່ສົ່ງໄດ້ຖືກປ່ອຍອອກໝົດແລ້ວ. ປັດຈຸບັນນີ້ສະພາບການປ່ອຍອອກຂອງທໍ່ສົ່ງອາຍແກັສທຳມະຊາດ “Nord Stream-1” ຍັງບໍ່ມີການລາຍງານຢ່າງຈະແຈ້ງເທື່ອ.

 

ຕາມການລາຍງານຈາກສື່ມວນຊົນເຢຍລະມັນໃນວັນທີ 1 ຕຸລານີ້ວ່າ, ໂຄສົກ ຂອງໂຄງການທໍ່ສົ່ງອາຍແກັສທຳມະຊາດ “Nord Stream-2” ກ່າວວ່າ, ຄວາມດັນຂອງອາຍແລະນ້ຳໃນທໍ່ສົ່ງໄດ້ບັນລຸຄວາມດຸນດ່ຽງ, ທໍ່ສົ່ງບໍ່ຮົ່ວອາຍອີກແລ້ວ.