ມື້ທຳອິດຂອງຍາມພັກວັນຊາດຈີນປີນີ້ ທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານຜ່ານທາງຫຼວງແລະທາງນ້ຳເປັນຈຳນວນ 31,75 ລ້ານເທື່ອຄົນ

2022-10-02 11:53:29 CRI


     ວັນທີ 1 ຕຸລາປີ 2022 ນີ້, ກະຊວງຄົມມະນາຄົມແລະຂົນສົ່ງຂອງຈີນແຈ້ງໃຫ້ຮູ້ວ່າ: ໃນມື້ທຳອິດຂອງຍາມພັກວັນຊາດຈີນປີນີ້, ທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານຜ່ານທາງຫຼວງ ແລະທາງນ້ຳເປັນຈຳນວນປະມານ 31,75 ລ້ານເທື່ອຄົນ, ໃນນັ້ນ, ທາງຫຼວງໄດ້ຂົນສົ່ງຜູ້ໂດຍສານຈຳນວນ 31 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າມື້ຜ່ານມາ 25,71%; ທາງນ້ຳໄດ້ຂົນສົ່ງຜູ້ໂດຍສານ 750 ພັນເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າມື້ຜ່ານມາ 76,72%.


     ຕາມຂ່າວແຈ້ງວ່າ: ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນໃນເວລາເດີນເຮືອ, ພາກສ່ວນວຽກງານທາງນ້ຳ ແລະທາງທະເລຂອງຈີນໄດ້ກວດກາກຳປັ່ນໂດຍສານຢ່າງເຂັ້ມງວດເພື່ອຮັກສາຄວາມປອດໄພໃນຍາມພັກ, ຖ້າພົບບັນຫາຕິດຂັດ, ກໍບໍ່ໃຫ້ກຳປັ່ນເດີນອອກ. ໃນຍາມພັກວັນຊາດຈີນປີນີ້, ຈະມີກຳປັ່ນໂດຍສານ 281 ລຳ ແລະກຳປັ່ນທ່ອງທ່ຽວລະຫວ່າງແຂວງ 19 ລຳໃຫ້ບໍລິການຢູ່ຕາມແມ່ນ້ຳຢາງຊີຈຽງຂອງຈີນ.