ປະຊາຊົນຜູ້ປະສົບໄພນ້ຳຖ້ວມຂອງປາກິສະຖານໄດ້ເຂົ້າພັກຢູ່ໃນຕູບຜ້າເຕັ້ນທີ່ຈີນຊ່ວຍເຫຼືອແລ້ວ

2022-10-03 15:50:17 cri

      ກົມຄຸ້ມຄອງໄພພິບັດແຫ່ງຊາດປາກິສະຖານໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 29 ກັນຍາຜ່ານມາໂດຍສະແດງໃຫ້ເຫັນວ່າ: ນັບແຕ່ກາງເດືອນມິຖຸນາມານີ້, ຝົນຕົກໜັກຢູ່ປາກິສະຖານໄດ້ພາໃຫ້ເກີດໄພພິບັດປະເພດຕ່າງໆເຊິ່ງໄດ້ເຮັດໃຫ້ປະຊາຊົນທ້ອງຖິ່ນເສຍຊີວິດ 1.678 ຄົນ, ຫຼາຍກວ່າ 33 ລ້ານຄົນໄດ້ປະສົບໄພ, ເຮືອນຢູ່ຫຼາຍກວ່າ 2 ລ້ານຫຼັງຖືກທຳລາຍ, ປະຊາຊົນຜູ້ປະສົບໄພທີ່ເສຍບ່ອນພັກພາອາໄສມີຈຳນວນຫຼວງຫຼາຍ. ພາຍຫຼັງໄດ້ເກີດໄພນ້ຳຖ້ວມແລ້ວ, ລັດຖະບານຈີນໄດ້ຊ່ວຍເຫຼືອປະຊາຊົນປາກິສະຖານຢ່າງວ່ອງໄວໂດຍສົ່ງຕູບຜ້າເຕັ້ນ ,ອາຫານແລະວັດຖຸຊ່ວຍເຫຼືອປະເພດຕ່າງໆທີ່ຕ້ອງການໂດຍດ່ວນໃຫ້ແກ່ຝ່າຍປາກິສະຖານໂດຍຜ່ານຮູບການຕ່າງໆແລະແບ່ງເປັນຫຼາຍງວດ. ນີ້ແມ່ນຮູບຄ້າຍຊົ່ວຄາວຂອງປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງມາດລີເຂດບາດິນແຂວງຊິນດ໌ທາງພາກໃຕ້ປາກິສະຖານທີ່ຖ່າຍໃນວັນທີ 29 ກັນຍານີ້. ຄ້າຍຕູບຜ້າເຕັ້ນມາດລີກໍ່ແມ່ນໜຶ່ງໃນບັນດາຄ້າຍຊົ່ວຄາວຂອງປະຊາຊົນຜູ້ປະສົບໄພຢູ່ເຂດປະສົບໄພແຫ່ງຕ່າງໆຂອງທົ່ວປະເທດປາກິສະຖານທີ່ສ້າງຂຶ້ນໂດຍນຳໃຊ້ຕູບຜ້າເຕັ້ນຈາກຈີນ.