CMCC ໄດ້ເປີດສະຖານີສົ່ງສັນຍານ 5G ຫຼາຍກວ່າ 1,1 ລ້ານແຫ່ງ

2022-10-03 12:49:44 CRI


     ນັກຂ່າວໄດ້ຊາບຈາກກຸ່ມບໍລິສັດໂທລະຄົມເຄື່ອນທີ່ຈີນ ຫຼື CMCC ວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີ 2022 ນີ້, CMCC ໄດ້ລົງທຶນເຂົ້າໃນວຽກງານກ່ຽວກັບ 5G ຈຳນວນ 58,7 ຕື້ຢວນ, ນັບມາຮອດປັດຈຸບັນ, ໃນທົ່ວປະເທດຈີນ, CMCC ໄດ້ເປີດນຳໃຊ້ສະຖານີສົ່ງສັນຍານ 5G ລວມທັງໝົດຫຼາຍກວ່າ 1,1 ລ້ານແຫ່ງ, ເຊິ່ງກວມຫຼາຍກວ່າ 50% ໃນຈຳນວນສະຖານີສົ່ງສັນຍານ 5G ທົ່ວປະເທດ.


     ຕາມຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງ CMCC ແນະນຳໃຫ້ຮູ້ວ່າ: ໃນ 10 ປີຜ່ານມານີ້, CMCC ໄດ້ສຳເລັດການລົງທຶນເຂົ້າໃນຊັບສິນຄົງທີ່ຈຳນວນ 2.000 ຕື້ຢວນ, ໄດ້ຕິດຕັ້ງເສັ້ນໄຍ ຫຼື ອັອບທິໂຄ ໄຟເບີ ເຂົ້າໃນເຮືອນຂອງ 600 ລ້ານຄອບຄົວ. ພ້ອມກັນນັ້ນ, CMCC ຍັງໄດ້ຕັ້ງໜ້າປະຕິບັດໂຄງການສ້າງສູນຂໍ້ມູນຂ່າວສານຢູ່ພາກຕາເວັນຕົກຈີນ, ເຄື່ອງແມ່ຂ່າຍ ຫຼື ເຊີເວີ ໄດ້ເພີ່ມຂຶ້ນຈາກ 2 ແສນ 4 ໝື່ນເຄື່ອງເປັນ 6 ແສນເຄື່ອງ.