ທູດພິເສດອົງການສະຫະປະຊາຊາດສະແດງຄວາມເສຍດາຍຕໍ່ຝ່າຍຕ່າງໆທີ່ປະທະກັນຂອງເຢເມນບໍ່ໄດ້ບັນລຸສັນຍາແກ່ຍາວເວລາການຢຸດຍິງ

2022-10-03 16:01:26 CRI

 

ຕາມຂ່າວCRI: ວັນທີ ຕຸລານີ້, ທ່ານຫານສ ກຣູນເບີ, ທູດພິເສດອົງການ ສະຫະປະຊາຊາດກ່ຽວກັບບັນຫາເຢເມນໄດ້ສະແດງຄວາມເສຍດາຍຕໍ່ຝ່າຍຕ່າງໆທີ່ປະທະກັນຂອງເຢມນບໍ່ໄດ້ບັນລຸສັນຍາແກ່ຍາວເວລາການຢຸດຍິງ, ແລະກ່າວວ່າຈະພະຍາຍາມ ໄກ່ເກ້ຍໃຫ້ຝ່າຍຕ່າງໆບັນລຸສັນຍາ.

 

ທ່ານຫານສ ກຣູນເບີກ່າວໃນຖະແຫຼງການສະບັບໜຶ່ງໃນມື້ດຽວກັນວ່າ, ການຢຸດຍິງ ທີ່ເລີ່ມແຕ່ເດືອນເມສາປີ 2022 ໄດ້ສະໜອງໂອກາດທາງປະຫວັດສາດໃຫ້ແກ່ເຢເມນ, ບົນພື້ນ ຖານຂອງຜົນສຳເລັດທີ່ຕັ້ງໜ້າໃນ ເດືອນຜ່ານມາ, ທ່ານໄດ້ຍື່ນຂໍ້ສະເໜີສະບັບ ໜຶ່ງກ່ຽວກັບການແກ່ຍາວເວລາການຢຸດຍິງອອກໄປເປັນເວລາອີກ ເດືອນແກ່ຝ່າຍຕ່າງໆຂອງເຢມນໃນວັນທີ 1 ຕຸລານີ້.


 ທ່ານໄດ້ສະແດງຄວາມເສຍດາຍຕໍ່ຝ່າຍຕ່າງໆທີ່ປະທະກັນຂອງເຢມນບໍ່ໄດ້ບັນລຸສັນຍາແກ່ຍາວເວລາການຢຸດຍິງສະບັບນີ້ເພາະວ່າສັນຍາການຢຸດຍິງສະບັບໜຶ່ງທີ່ມີໄລຍະດົນກວ່າເກົ່າ, ຮອບດ້ານກວ່າເກົ່າຈະນຳເອົາຜົນປະໂຫຍທີ່ສຳຄັນຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນເຢມນ.

 

ທ່ານຫານສ ກຣູນເບີກໄດ້ສະແດງຄວາມຂອບໃຈນຳລັດຖະບານເຢເມນທີ່ໄດ້ໃຫ້ການ ສະໜັບສະໜູນຕໍ່ຂໍ້ສະເໜີກ່ຽວກັບການແກ່ຍາວເວລາການຢຸດຍິງ,ແລະກ່າວວ່າຈະສືບຕໍ່ຮ່ວມມືກັບຝ່າຍຕ່າງໆຂອງເຢມນ, ພະຍາຍາມສະແຫວງຫາແຜນການແກ້ໄຂ.