ຈີນເລີ່ມດຳເນີນວຽກງານຄັດເລືອກນັກບິນອະວະກາດສຳຮອງງວດທີ 4

2022-10-03 16:52:25 cri


ວັນທີ2ຕຸລານີ້,ນັກຂ່າວໄດ້ຊາບຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນວ່າ: ເພື່ອຕອບສະໜອງຄວາມຕ້ອງການໃນການສືບຕໍ່ປະຕິບັດໜ້າທີ່ການບິນຂອງໂຄງການການບິນອະວະກາດບັນທຸກຄົນ, ຈີນໄດ້ເລີ່ມດຳເນີນວຽກງານຄັດເລືອກນັກບິນອະວະກາດສຳຮອງງວດທີ 4 ໃນຫວ່າງມໍ່ໆມານີ້.

ເທື່ອນີ້ຈະຄັດເລືອກນັກບິນອະວະກາດສຳຮອງ12-14ຄົນ, ເຊິ່ງລວມທັງຜູ້ຂັບຍານອະວະກາດ7-8ຄົນ,ວິສາວະກອນການບິນອະວະກາດແລະຜູ້ຊ່ຽວຊານດ້ານການບັນທຸກລວມ5-6ຄົນ, ໃນນັ້ນ ຈະເລືອກຜູ້ຊ່ຽວຊານດ້ານການບັນທຸກ2ຄົນ. ຜູ້ຂັບຍານອະວະກາດແມ່ນຄັດເລືອກຈາກນັກບິນທີ່ກຳລັງຮັບໃຊ້ກອງທະຫານທາງບົກ ທາງທະເລແລະທາງອາກາດ, ວິສາວະກອນການບິນອະວະກາດຈະຄັດເລືອກຈາກນັກວິຊາການທີ່ເຮັດວຽກຄົ້ນຄວ້າວິທະຍາສາດແລະພະນັກງານເຕັກນິກໃນຂົງເຂດທີ່ກ່ຽວຂ້ອງກັບໂຄງການການບິນອະວະກາດ, ຜູ້ຊ່ຽວຊານດ້ານການບັນທຸກຈະຄັດເລືອກຈາກນັກຄົ້ນຄວ້າວິທະຍາສາດທີ່ເຮັດວຽກກ່ຽວກັບການຄົ້ນຄວ້າແລະນຳໃຊ້ວິທະຍາສາດອະວະກາດແລະຂົງເຂດທີ່ກ່ຽວຂ້ອງ.

ການຄັດເລືອກນັກບິນອະວະກາດສຳຮອງເທື່ອນີ້,ແມ່ນຈັດຕັ້ງປະຕິບັດໂດຍຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນຈັດຢ່າງເປັນເອກະພາບກັນ,ຄາດວ່າຈະສຳເລັດພາຍໃນ1ປີເຄິ່ງ,ແລະຈະຄັດເລືອກຜູ້ຊ່ຽວຊານດ້ານການບັນທຸກຈາກເຂດຮົງກົງແລະມາກາວເປັນເທື່ອທຳອິດ.