ອອກຜົນການປ່ອນບັດເລືອກຕັ້ງປະທານາທິບໍດີບຣາຊິນຮອບທຳອິດ ການປ່ອນບັດຮອບທີສອງຈະຈັດຂຶ້ນໃນທ້າຍເດືອນໜ້າ

2022-10-03 14:14:36 CRI

     ຜົນການປ່ອນບັດເລືອກຕັ້ງປະທານາທິບໍດີບຣາຊິນຮອບທຳອິດໄດ້ຮັບການເປີດເຜີຍໃນຕອນຄ່ຳວັນທີ 2 ຕຸລານີ້, ໃນຜູ້ສະໝັກຮັບເລືອກຕັ້ງ 11 ທ່ານ, ບໍ່ມີທ່ານໃດໄດ້ຮັບບັດຫຼາຍກວ່າເຄິ່ງໜຶ່ງ, ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບບັດຫຼາຍກວ່າໝູ່ສອງທ່ານຈະດຳເນີນການແຂ່ງຂັນຮັບເລືອກຕັ້ງຮອບທີ 2 ໃນທ້າຍເດືອນໜ້າ.


     ໃນການປ່ອນບັດຮອບທຳອິດ, ທ່ານລຸຍສ ອິນາຊິວ ລູລາ ດາ ຊິວວາ ຜູ້ສະໝັກຮັບເລືອກຕັ້ງຈາກພັກແຮງງານ ຫຼື PT ອະດີດປະທານາທິບໍດີບຣາຊິນໄດ້ຮັບບັດຫຼາຍກວ່າໝູ່, ອັດຕາໄດ້ຮັບບັດຫຼາຍກວ່າ 48%; ທ່ານຈາເຢຍ ເມຊີອັສ ໂບນໂຊນາໂຣ ຜູ້ສະໝັກຮັບເລືອກຕັ້ງຈາກພັກເສລີ ຫຼື PL ປະທານາທິບໍດີບຣາຊິນຄົນປັດຈຸບັນໄດ້ຮັບບັດ 43%, ເປັນທີສອງ, ສ່ວນຜູ້ສະໝັກຮັບເລືອກຕັ້ງທ່ານອື່ນໆລ້ວນແຕ່ໄດ້ຮັບບັດໜ້ອຍກວ່າ 5%, ຈຶ່ງບໍ່ມີໂອກາດສືບຕໍ່ເຂົ້າຮ່ວມການແຂ່ງຂັນຮັບເລືອກຕັ້ງ.



ທ່ານຈາເຢຍ ເມຊີອັສ ໂບນໂຊນາໂຣ ຜູ້ສະໝັກຮັບເລືອກຕັ້ງຈາກພັກເສລີ ຫຼື PL ປະທານາທິບໍດີບຣາຊິນຄົນປັດຈຸບັນ


ທ່ານລຸຍສ ອິນາຊິວ ລູລາ ດາ ຊິວວາ ຜູ້ສະໝັກຮັບເລືອກຕັ້ງຈາກພັກແຮງງານ ຫຼື PT ອະດີດປະທານາທິບໍດີບຣາຊິນ


     ອີງຕາມລະບຽບການເລືອກຕັ້ງປະທານາທິບໍດີບຣາຊິນ, ໃນການປ່ອນບັດຮອບທຳອິດ, ຖ້າມີຜູ້ສະໝັກຮັບເລືອກຕັ້ງໄດ້ຮັບບັດຫຼາຍກວ່າເຄິ່ງໜຶ່ງ, ກໍຈະເປັນປະທານາທິບໍດີໂດຍກົງ, ຖ້າບໍ່ດັ່ງນັ້ນ, ກໍຈະໃຫ້ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບບັດຫຼາຍກວ່າໝູ່ສອງທ່ານແຂ່ງຂັນກັນໃນການປ່ອນບັດຮອບທີສອງ. ການປ່ອນບັດເລືອກຕັ້ງປະທານາທິບໍດີບຣາຊິນຮອບທຳອິດໄດ້ຈັດຂຶ້ນໃນວັນທີ 2 ຕຸລານີ້.