ຈີນສືບຕໍ່ເປັນປະເທດມົນຕີລະດັບ1ຂອງອົງການການບິນພົນລະເຮືອນສາກົນລຽນຕິດ

2022-10-03 16:54:27 cri


ໃນວັນທີ1ຕຸລານີ້ຕາມເວລາທ້ອງຖິ່ນ,ຈີນໄດ້ຮັບການຄັດເລືອກເປັນປະເທດມົນຕີລະດັບ1 ຂອງອົງການການບິນພົນລະເຮືອນສາກົນອີກເທື່ອໜຶ່ງໃນກອງປະຊຸມອົງການການບິນພົນລະເຮືອນສາກົນຄັ້ງທີ 41 ທີ່ຈັດຂຶ້ນຢູ່ມົນຕຣີວປະເທດການາດາ.

ນີ້ແມ່ນຈີນໄດ້ຮັບການຄັດເລືອກເປັນປະເທດມົນຕີລະດັບ1ຄັ້ງທີ7ນັບແຕ່ປີ2004ເປັນຕົ້ນມາ.

ປະເທດທີ່ເຂົ້າຮ່ວມການປ່ອນບັດຄັດເລືອກປະເທດມົນຕີລະດັບ1ໃນມື້ດຽວກັນລວມມີ170 ປະເທດ,ນອກຈາກປະເທດຈີນແລ້ວ,ຍັງມີອີກ 9 ປະເທດກໍໄດ້ຮັບການຄັດເລືອກເປັນປະເທດມົນຕີລະດັບ1 ເຊັ່ນ: ອົສຕຣາລີ,ບຣາຊີນ ການາດາ ແລະອີກ 6 ປະເທດ.