ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້ ມູນຄ່າການຄ້າຂາເຂົ້າຂາອອກຂອງແຂວງຢຸນນານຈີນໄດ້ມີເຖິງ 233,37 ຕື້ຢວນ

2022-10-03 15:56:54 cri

      ອົງການດ່ານພາສີຄຸນໝິງແຂວງຢຸນນານຈີນແຈ້ງໃຫ້ຮູ້ໃນວັນທີ 2 ຕຸລານີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ມູນຄ່າການຄ້າຂາເຂົ້າຂາອອກຂອງແຂວງຢຸນນານຈີນໄດ້ມີເຖິງ 233,37 ຕື້ຢວນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ,ມູນຄ່າການສົ່ງອອກໄດ້ມີເຖິງ 119,06 ຕື້ຢວນ, ເພີ່ມຂຶ້ນ 12,3%; ມູນຄ່າການນຳເຂົ້າໄດ້ມີເຖິງ 114,31 ຕື້ຢວນ, ເພີ່ມຂຶ້ນ 22,3%.

      ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ອາຊຽນຍັງແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງແຂວງຢຸນນານຄືເກົ່າ,ມູນຄ່າການສົ່ງອອກແລະນຳເຂົ້າຂອງແຂວງຢຸນນານຈີນຕໍ່ກັບອາຊຽນໄດ້ມີເຖິງ 86,4 ຕື້ຢວນ,ເພີ່ມຂຶ້ນ 4,9%,ກວມຍອດມູນຄ່າການຄ້າຂາເຂົ້າຂາອອກຂອງແຂວງຢຸນນານໃນໄລຍະດຽວກັນ 37%. ໃນນັ້ນ, ການສົ່ງອອກແລະນຳເຂົ້າຂອງແຂວງຢຸນນານຕໍ່ອາຊຽນໄດ້ມີການເພີ່ມຂຶ້ນ,ການສົ່ງອອກຜະລິດຕະພັນທີ່ໃຊ້ແຮງງານຫຼາຍແລະຜະລິດຕະພັນວັດທະນະທຳໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.