ໄຂງານຮູບເງົາຈີນຢູ່ໂຣມານີຄັ້ງປະຖົມມະເລີກ

2022-10-03 16:55:53 cri


ງານຮູບເງົາຈີນໂຣມານີຄັ້ງປະຖົມມະເລີກໄດ້ໄຂຂຶ້ນຢູ່ໂຮງຮູບເງົາ“ພັນທະມິດ”ນະຄອນຫຼວງບຸຍກາແລັດຂອງໂຣມານີໃນຕອນຄ່ຳວັນທີ1ຕຸລານີ້,ໃນພິທີໄຂໄດ້ສາຍຮູບເງົາເລື່ອງ“ບ້ານຊືປ່າຕົ້ງ”ທີ່ມີເນື້ອໃນກ່ຽວກັບການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ.

ງານຮູບເງົາທີ່ໄຂເປັນເວລາໜຶ່ງອາທິດນີ້ ແມ່ນຈັດຂຶ້ນຮ່ວມໂດຍກຸ່ມສື່ວັດທະນະທຳໜັງສືພິມນູເວເລສເອີຣົບ,ສະມາຄົມໂຣມານີ-ຈີນ,ສູນຮູບເງົາແຫ່ງຊາດໂຣມານີ.ຜູ້ແທນຈາກວົງການຕ່າງໆຂອງໂຣມານີ ເຊັ່ນ: ວັດທະນະທຳ,ສິນລະປະ,ສື່ມວນຊົນແລະອື່ນໆ,ພ້ອມດ້ວຍບຸກຄົນມິດຕະພາບ, ຊາວຈີນແລະຈີນຕ່າງດ້າວລວມຮ້ອຍກວ່າຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວໃນມື້ດຽວກັນ.

ນອກຈາກນະຄອນບຸຍກາແລັດແລ້ວ,ຮູບເງົາທີ່ສາຍໃນງານຮູບເງົາຄັ້ງນີ້ຍັງຈະສົ່ງໄປສາຍຢູ່ນະຄອນອາຣາໂດແລະປະຄອນຄລູ ນາໂພຄາ ທີ່ເປັນເມືອງສຳຄັນຂອງປະເທດໂຣມານີ,ຮູບເງົາຈີນ10ເລື່ອງທີ່ຖ່າຍທຳໃນບໍ່ເທົ່າໃດປີຜ່ານມານີ້ ເຊັ່ນ:ເລື່ອງ“ບ້ານຊືປ່າຕົ້ງ”,“ການເຄື່ອນໄຫວຢູ່ທະເລແດງ”ແລະເລື່ອງອື່ນໆຈະພົບໜ້າກັບຜູ້ຊົມຢູ່ທ້ອງຖິ່ນດັ່ງກ່າວ.