ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ, ໂຄງປະກອບການລົງທຶນແລະການຫ້າງຫາທຶນຂ້າມຊາດຂອງຈີນ ໄດ້ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ

2022-10-04 16:17:44 cri


“ບົດລາຍງານກ່ຽວກັບລາຍຮັບລາຍຈ່າຍສາກົນຂອງຈີນ ໃນ 6 ເດືອນຕົ້ນປີ 2022” ທີ່ ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ປະກາດໃນຫວ່າງມໍ່ໆນີ້ ສະແດງໃຫ້ເຫັນວ່າ, ໃນຊຸມປີມໍ່ໆມານີ້, ຈີນໄດ້ປະຕິບັດການເປີດປະຕູສູ່ພາຍນອກທີ່ມີຂອບເຂດກວ້າງກວ່າເກົ່າ, ມີຂົງເຂດຫຼາຍກວ່າເກົ່າແລະມີລະດັບເລິກເຊິ່ງກວ່າເກົ່າ, ເຊິ່ງໄດ້ຊຸກຍູ້ໃຫ້ໂຄງປະກອບການລົງທຶນແລະການຫ້າງຫາທຶນຂ້າມຊາດຂອງຈີນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.


ບົດລາຍງານສະແດງໃຫ້ເຫັນວ່າ, ຄຽງຄູ່ກັບສະພາບແວດລ້ອມດ້ານການດຳເນີນທຸລະກິດພາຍໃນປະເທດຈີນໄດ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຕະຫຼາດການບໍລິໂພກມີກຳລັງບົ່ມຊ້ອນທີ່ໃຫຍ່ຫຼວງ, ນັກທຸລະກິດຕ່າງປະເທດຍິນດີມາລົງທຶນຢູ່ຈີນ. ນັບມາຮອດເດືອນມິຖຸນາປີ 2022, ການລົງທຶນຕໍ່ຈີນໂດຍກົງຂອງນັກທຸລະກິດຕ່າງປະເທດມີເຖິງ 3.600 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 73% ເມື່ອທຽບໃສ່ທ້າຍປີ 2012. ການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນ ໄດ້ເພີ່ມຂຶ້ນຈາກ 500 ຕື້ກວ່າໂດລາສະຫະລັດໃນທ້າຍປີ 2012 ເປັນ 2.600 ຕື້ໂດລາສະຫະລັດໃນເດືອນມິຖຸນາປີ 2022.