ອີຣານເຕືອນໃຫ້ອາເມຣິກາປະລະຄວາມນິຍົມລົງໂທດຕໍ່ອີຣານ

2022-10-04 10:58:19 CRI


     ວັນທີ 3 ຕຸລານີ້, ທ່ານຄານານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ອາເມຣິກາຄວນປະລະຄວາມນິຍົມລົງໂທດຕໍ່ອີຣານ, ໃຊ້ມາດຕະການທີ່ມີລັກສະນະສ້າງສັນເພື່ອຟື້ນຟູການປະຕິບັດສັນຍາຮອບດ້ານກ່ຽວກັບບັນຫານິວເຄຣຍອີຣານ.


     ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຄານານີກ່າວວ່າ: ອາເມຣິກາເພີ່ມທະວີການລົງໂທດຕໍ່ອີຣານນັ້ນສະແດງໃຫ້ເຫັນວ່າ: ລັດຖະບານອາເມຣິກາບໍ່ໄດ້ປະຕິບັດຕາມຄຳເວົ້າຂອງຕົນ, ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາດ້ານການເມືອງທີ່ສືບຕໍ່ດຳເນີນການເຈລະຈາ. ຖ້າອາເມຣິກາໄດ້ສະແດງໃຫ້ເຫັນເຖິງຄວາມປາຖະໜາດ້ານການເມືອງ, ຈະສາມາດບັນລຸສັນຍາກ່ຽວກັບການຟື້ນຟູການປະຕິບັດສັນຍາກ່ຽວກັບບັນຫານິວເຄຣຍອີຣານພາຍໃນເວລາສັ້ນ.