ນັກວິທະຍາສາດຊູແອດ ໄດ້ຮັບລາງວັນສະລີລະສາດຫຼືແພດສາດໂນເບນປີ 2022

2022-10-04 15:04:54 cri


ວັນທີ 3 ຕຸລານີ້, ສະຖາບັນແພດສາດຄາໂຣລິນສຄາຂອງຊູແອດປະກາດວ່າ, ມອບລາງວັນ ສະລີລະສາດຫຼືແພດສາດໂນເບນປີ 2022 ໃຫ້ທ່ານ ສະວັນທ໌ ພາໂບ ນັກວິທະຍາສາດຊູແອດ, ເພື່ອຍ້ອງຍໍການປະກອບສ່ວນຂອງທ່ານໃນດ້ານການຄົ້ນຄວ້າຈຸແຊນມະນຸດບູຮານທີ່ໄດ້ສູນພັນແລ້ວ ແລະວິວັດທະນາການຂອງມະນຸດ.


ຄະນະກຳມະການປະກວດລາງວັນໃຫ້ຄຳເຫັນວ່າ, ການຄົ້ນຄວ້າທີ່ມີລັກສະນະປະດິດສ້າງຂອງທ່ານພາໂບ ໄດ້ສ້າງວິທະຍາສາດໃໝ່ຢ່ຽມ ນັ້ນກໍ່ຄື: ວິທະຍາສາດແຫ່ງຈຸແຊນບູຮານ, ເຊິ່ງການຄົ້ນພົບຂອງທ່ານໄດ້ສ້າງພື້ນຖານໃຫ້ແກ່ການຄົ້ນຄວ້າກ່ຽວກັບສາເຫດທີ່ພາໃຫ້ພວກເຮົາກາຍເປັນມະນຸດທີ່ພິເສດ ໂດຍຜ່ານການເປີດເຜີຍຄວາມແຕກຕ່າງກັນລະຫວ່າງແຊນຂອງມະນຸດປະຈຸບັນ ກັບແຊນຂອງມະນຸດບູຮານທີ່ສູນພັນແລ້ວ.


ທ່ານ ສະວັນທ໌ ພາໂບ ເກີດຢູ່ນະຄອນຫຼວງສະຕົກໂຄມຂອງຊູແອດ ໃນປີ 1955, ໄດ້ຮັບປະລິຍາເອກຢູ່ມະຫາວິທະຍາໄລອຸບພຊາລາຊູແອດໃນປີ 1986. ປີ 1990, ທ່ານໄດ້ກາຍເປັນສາສະດາຈານທີ່ສອນຢູ່ມະຫາວິທະຍາໄລມູນິກຂອງເຢຍລະມັນ. ປີ 1999, ທ່ານໄດ້ສ້າງສຳນັກງານຄົ້ນຄວ້າວິທະຍາສາດດ້ານວິວັດທະນາການຂອງມະນຸດ ມັກສ໌ ພລັນຄ ຢູ່ນະຄອນເລບຊິກ ຂອງເຢຍລະມັນ ແລະເຮັດວຽກຢູ່ສຳນັກງານດັ່ງກ່າວຈົນຮອດປະຈຸບັນນີ້.