ກິດຈະກຳສັບປະດາວັດທະນະທຳຈີນທີ່ຈັດຂຶ້ນຢູ່ອານບານີ

2022-10-04 16:00:09 CRI

 

ຕາມຂ່າວCRI: ວັນທີ 2 ຕຸລານີ້, ກິດຈະກຳສັບປະດາວັດທະນະທຳ ຈີນ 2022 ທີ່ຈັດຂຶ້ນຢູ່ນະຄອນຫຼວງຕີຣານາຂອງອານບານີໄດ້ອັດລົງ. ໃນ 1 ອາທິດທີ່ຜ່ານມາ, ກິດຈະກຳວັດທະນະທຳທີ່ອຸດົມສົມບູນແລະຫຼາກຫຼາຍສີສັນໄດ້ດຶງດູດປະຊາຊົນທ້ອງຖິ່ນມາເຂົ້າຮ່ວມຢ່າງກວ້າງຂວາງ.

 

ນອກນີ້,ໃນໄລຍະສັບປະດາວັດທະນະທຳຍັງໄດ້ຈັດການວາງສະແດງຮູບຖ່າຍປະຫວັດສາດທີ່ມີໄມຕີຈິດມິດຕະພາບລະຫວ່າງຈີນ-ອານບານີ, ການແລກປ່ຽນດ້ານສີລະປະຊົນ ເຜົ່າຈີນ-ອານບານີທີ່ມີຫົວຂໍ້ວ່າ:  ສີລະປະບໍ່ຄືກັນ,ແຕ່ຈິດໃຈຢູ່ຮ່ວມກັນ ແລະກິດຈະກຳອື່ນໆ.

 

ທ່ານໂຈ່ວດີງ, ເອກອັກຄະລັດຖະທູດຈີນປະຈຳອານບານີກ່າວຄຳປາໄສໃນເວລາ ຈັດກິດຈະກຳວ່າ, ກິດຈະກຳສັບປະດາວັດທະນະທຳສາມາດເຮັດໃຫ້ເພື່ອນມິດວົງການຕ່າງໆ ຂອງອານບານີມີຄວາມຮູ້ສຶກເຖິງສະເໜ່ພິເສດດ້ານວັດທະນະທຳຈີນດ້ວຍຕົນເອງ.

 

ກິດຈະກຳສັບປະດາວັດທະນະທຳຄັ້ງນີ້ແມ່ນຮ່ວມມືຈັດຂຶ້ນໂດຍສະຖານທູດຈີນປະຈຳອານບານີ, ກະຊວງວັດທະນະທຳອານບານີແລະອົງການປົກຄອງນະຄອນຕີຣານາ, ເຊິ່ງເລີ່ມແຕ່ວັນທີ 26 ກັນຍາແລ້ວນີ້ຫາວັນທີ ຕຸລານີ້.