ເຮັດໃຫ້ຜູ້ເຖົ້າຊົມໃຊ້ຊີວິດຍາມໄວຊະລາຢ່າງມີຄວາມສຸກ

2022-10-04 11:07:57 CRI

 

ວັນທີ 4 ຕຸລາ 2022 ກົງກັບມື້ຂຶ້ນ 9 ຄ່ຳເດືອນ 9 ຕາມຈັນທະຄະຕິຈີນ, ແມ່ນບຸນຊົງຢາງ ບຸນປະເພນີຂອງຈີນ, ແລະແມ່ນ “ວັນຜູ້ເຖົ້າ” ທີ 10 ຕາມການກຳນົດທາງກົດໝາຍຂອງຈີນ. ການເຄົາລົບຜູ້ເຖົ້າແມ່ນສິນທຳອັນເປັນມູນເຊື້ອຂອງປະຊາຊາດຈີນ, ການຮັກແພງ ແລະ ຊ່ວຍເຫຼືອຜູ້ເຖົ້າກໍເປັນໜ້າທີ່ຮ່ວມຂອງທົ່ວສັງຄົມຈີນ.

 


“ເຮັດໃຫ້ຜູ້ເຖົ້າຊົມໃຊ້ຊີວິດຍາມໄວຊະລາຢ່າງມີຄວາມສຸກ” ແມ່ນສິ່ງທີ່ທ່ານປະທານສີຈິ້ນຜິງຕິດຕາມເອົາໃຈໃສ່ມາໂດຍຕະຫຼອດ.

 


ປັດຈຸບັນນີ້, ປະຊາກອນທີ່ມີອາຍຸສູງກວ່າ 60 ປີຂອງຈີນແມ່ນມີຫຼາຍກວ່າ 260 ລ້ານຄົນ. ພາກສ່ວນທີ່ກ່ຽວຂ້ອງຄາດຄະເນວ່າ, ໃນໄລຍະດຳເນີນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14, ຜູ້ອາຍຸສູງທົ່ວປະເທດຈີນຈະມີຫຼາຍກວ່າ 300 ລ້ານຄົນ. ການພັດທະນາວຽກງານລ້ຽງດູຜູ້ເຖົ້າດ້ວຍຫຼາຍຮູບແບບເປັນມາດຕະການອັນສຳຄັນໃນການຮັບມືກັບບັນຫາທີ່ມີຜູ້ອາຍຸສູງກວມອັດຕາສ່ວນເພີ່ມຂຶ້ນໃນສັງຄົມ.

 

ໃນການລົງເຄື່ອນໄຫວສຳຫຼວດກວດວຽກງານຢູ່ຮາກຖານ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຕໍ່ສະພາບການພັດທະນາຮູບການຕ່າງໆໃນການລ້ຽງດູຜູ້ເຖົ້າ, ທັງໄດ້ໃຫ້ຄຳຊີ້ແຈງ ແລະ ນຳພາປະເທດຈີນຮັບມືກັບບັນຫາທີ່ມີອັດຕາສ່ວນຜູ້ອາຍຸສູງເພີ່ມຂຶ້ນ.

 

ອີງຕາມຜົນການສຳຫຼວດສະແດງໃຫ້ເຫັນວ່າ, ການຊົມໃຊ້ຊີວິດຍາມໄວຊະລາຢູ່ເຮືອນຂອງຕົນເອງແມ່ນເປັນທາງເລືອກຂອງຜູ້ອາຍຸສູງຫຼາຍກວ່າ 90% ຂຶ້ນໄປຂອງຈີນ. ບໍ່ຕ້ອງອອກຈາກເຂດຊຸມຊົນກໍສາມາດຊົມໃຊ້ການບໍລິການລ້ຽງດູຜູ້ເຖົ້າທີ່ມີຄຸນນະພາບດີ ແລະ ເປັນແບບມືອາຊີບ, ແມ່ນຄວາມປາຖະໜາທົ່ວໄປຂອງຜູ້ອາຍຸສູງທີ່ຢາກຊົມໃຊ້ຊີວິດຍາມໄວຊະລາຢູ່ເຮືອນຂອງຕົນເອງ.

 

ກຳລັງທາງສັງຄົມແມ່ນກຳລັງສຳຄັນທີ່ຂາດບໍ່ໄດ້ໃນຂະແໜງບໍລິການລ້ຽງດູຜູ້ເຖົ້າ. ທ່ານສີຈິ້ນຜິງໄດ້ຊີ້ແຈງທິດທາງໃຫ້ກັບຮູບການບໍລິການລ້ຽງດູຜູ້ເຖົ້າຢູ່ເຂດຊຸມຊົນ, ຄື: “ປັບປຸງເຄືອຂ່າຍການບໍລິການເບິ່ງແຍງຜູ້ເຖົ້າຢູ່ເຮືອນຜູ້ອາຍຸສູງໃນເຂດຊຸມຊົນ, ສ້າງລະບົບການບໍລິການລ້ຽງດູຜູ້ເຖົ້າທີ່ອົງການເບິ່ງແຍງຜູ້ເຖົ້າໃນເຮືອນ ແລະ ອົງການບໍລິການໃນເຂດຊຸມຊົນປະສານສົມທົບກັນ, ການລ້ຽງດູຜູ້ເຖົ້າດ້ານການປິ່ນປົວ ແລະ ການບຳລຸງສຸຂະພາບເຊື່ອມສານເຂົ້າກັນ.”

 

ປັດຈຸບັນນີ້, ຈີນໄດ້ເປີດກວ້າງຕະຫຼາດບໍລິການລ້ຽງດູຜູ້ເຖົ້າຢ່າງຮອບດ້ານ, ໂດຍໄດ້ຜ່ານວິທີການຕ່າງໆ, ເຊັ່ນ: ຫຼຸດຂໍ້ຈຳກັດເຂົ້າຕະຫຼາດ, ຫຼຸດຂັ້ນຕອນພິຈາລະນາອະນຸມັດດ້ານການບໍລິຫານ ແລະອື່ນໆ, ເພື່ອປຸກລະດົມກຳລັງທາງສັງຄົມເຂົ້າຮ່ວມຂະແໜງການບໍລິການລ້ຽງດູຜູ້ເຖົ້າ. ນັບມາຮອດທ້າຍປີ 2021, ໃນທົ່ວປະເທດຈີນມີຜູ້ຊື້ປະກັນໄພລ້ຽງດູຜູ້ເຖົ້າຂັ້ນພື້ນຖານ 1 ຕື້ 30 ລ້ານຄົນ. ນັບມາຮອດໄຕມາດທີ 1 ຂອງປີ 2022, ໃນທົ່ວປະເທດຈີນມີອົງການບໍລິການລ້ຽງດູຜູ້ເຖົ້າທັງໝົດ 360.000ແຫ່ງ, ເຊິ່ງມີຕຽງນອນທັງໝົດ 8 ລ້ານກວ່າຕຽງ.