ຜູ້ຕາງໜ້າຂອງຈີນເຕືອນໃຫ້ອາເມຣິກາແກ້ໄຂບັນຫາການຈຳແນກເຊື້ອຊາດຜິວພັນພາຍໃນປະເທດຕົນເຊັ່ນບັນຫາທີ່ຕຳຫຼວດໃຊ້ຄວາມຮຸນແຮງແລະອື່ນໆຢ່າງຈິງຈັງໃນສະພາສິດທິມະນຸດຂອງອົງການສະຫະປະຊາຊາດ

2022-10-04 15:58:56 CRI

 

ຕາມຂ່າວCRI: ວັນທີ ຕຸລານີ້, ທ່ານຈຽງດ່ວນ, ຜູ້ຕາງໜ້າຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຊີ້ອອກໃນກອງປະຊຸມຄັ້ງທີ 51 ຂອງສະພາສິດທິມະນຸດຂອງອົງການສະຫະປະຊາຊາດວ່າ: ຢູ່ອາເມຣິກາ, ຄົນເຊື້ອສາຍທະວີບ ອາຟຣິກາທີ່ມີຈຳນວນຫຼາຍສິບລ້ານຄົນພວມປະສົບການຈຳແນກແລະຄວາມບໍ່ຍຸຕິທຳປະເພດຕ່າງໆ, ສຳລັບເຂົາເຈົ້າແລ້ວຄວາມເປັນທຳແລະສະເໝີພາບພຽງແຕ່ແມ່ນມາດຕາກົດໝາຍທີ່ບໍ່ມີເນື້ອໃນຕົວຈິງ. ຕາມສະຖິຕິ, ອັດຕາການຖືກຕຳຫຼວດຍິງຕາຍສຳລັບຄົນເຊື້ອສາຍທະວີບອາຟຣິກາ ແມ່ນສອງເທົ່າຂອງຊາວຜິວຂາວ, ຄວາມອາດເປັນໄປໄດ້ຂອງການເສຍຊີວິດຍ້ອນການ ໃຊ້ກຳລັງຮຸນແຮງຈາກຕຳຫຼວດແມ່ນ 2,9 ເທົ່າຂອງຊາວຜິວຂາວ, ອັດຕາການຕິດຄຸກເປັນເກືອບ ເທົ່າຂອງຊາວຜິວຂາວ.

 

ທ່ານຈຽງດ່ວນກ່າວວ່າ, ຈີນເຕືອນໃຫ້ອາເມຣິກາໃຊ້ການເຄື່ອນໄຫວຕົວຈິງ, ອອກແຮງແກ້ໄຂບັນຫາຕ່າງໆທີ່ເປັນລະບົບພາຍໃນປະເທດຕົນ, ເຊັ່ນ: ລັດທິ ເຊື້ອຊາດ, ການຈຳແນກເຊື້ອຊາດຜິວພັນ, ການໃຊ້ກຳລັງຮຸນແຮງຂອງຕຳຫຼວດແລະອື່ນໆ, ເຮັດໃຫ້ເລື່ອງໂສກເສົ້າຂອງທ້າວໂຈ ໂຟຼຢິດບໍ່ເກີດຂຶ້ນອີກເທື່ອໃໝ່. ຈີນຍິນດີພະຍາຍາມ ຮ່ວມກັນກັບແຕ່ລະຝ່າຍ, ໂຈມຕີການຈຳແນກເຊື້ອຊາດທຸກຮູບທຸກແບບ, ສ້າງສັງຄົມ ທີ່ໂອບເອື້ອອາລີ, ສະເໝີພາບກັນແລະມີຄວາມເສລີ.