ຊູແອດປິດລ້ອມເຂດທະເລໃກ້ຈຸດຮົ່ວຂອງທໍ່ສົ່ງອາຍແກັສທຳມະຊາດ Nord Stream ເພື່ອດຳເນີນການສືບສວນທາງອາຍາ

2022-10-04 15:26:03 cri

      ວັນທີ 3 ຕຸລານີ້, ອົງການໄອຍະການຊູແອດໄດ້ປະກາດປິດລ້ອມເຂດທະເລໃກ້ຈຸດຮົ່ວຂອງທໍ່ສົ່ງອາຍແກັສທຳມະຊາດ Nord Stream ພ້ອມທັງດຳເນີນການສືບສວນທາງອາຍາ. ອົງການໄອຍະການພວມຮ່ວມມືກັນກັບອົງການຫຼາຍແຫ່ງເພື່ອດຳເນີນການສືບສວນທີ່ກ່ຽວຂ້ອງ.

      ກອງຕຳຫຼວດປ້ອງກັນແຄມຝັ່ງທະເລຊູແອດໄດ້ປະກາດແຈ້ງການ ໃນຕອນຄ່ຳວັນທີ 3 ຕຸລານີ້ວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການຂອງອົງການໄອຍະການຊູແອດ, ກອງຕຳຫຼວດປ້ອງກັນແຄມຝັ່ງທະເລໄດ້ຫ້າມບໍ່ໃຫ້ດຳເນີນການເຄື່ອນໄຫວດ້ວຍທຸກຮູບແບບຢູ່ເຂດທະເລອ້ອມຂ້າງຈຸດຮົ່ວຂອງທໍ່ສົ່ງອາຍແກັສທຳມະຊາດ Nord Stream  ພາຍໃນຂອບເຂດ 5 ໄມທະເລ,ເຊິ່ງລວມທັງຫ້າມບໍ່ໃຫ້ເດີນເຮືອແລະຈອດເຮືອຢູ່ເຂດດັ່ງກ່າວ, ຫ້າມບໍ່ໃຫ້ດຳນ້ຳ,ຕຶກເບັດແລະດຳເນີນການວັດແທກແຕ້ມຮູບດ້ານຟີຊິກໜ່ວຍໂລກຢູ່ເຂດທະເລດັ່ງກ່າວແລະອື່ນໆ.