ປະທານາທິບໍດີອູແກຣນອະນຸມັດຂໍ້ຕົກລົງທີ່ບໍ່ເຈລະຈາກັບປະທານາທິບໍດີຣັດເຊຍ

2022-10-05 10:29:56 CRI

 


ບໍລິສັດວິທະຍຸໂທລະພາບມະຫາຊົນອູແກຣນລາຍງານວ່າ, ວັນທີ 4 ຕຸລານີ້, ທ່ານວໍລາດີເມຍ ເຊລຽນສະກີ ປະທານາທິບໍດີອູແກຣນໄດ້ອະນຸມັດຂໍ້ຕົກລົງຂອງຄະນະກຳມະການຄວາມໝັ້ນຄົງແຫ່ງຊາດກ່ຽວກັບບໍ່ມີຄວາມເປັນໄປໄດ້ທີ່ເຈລະຈາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ.

 

 ມື້ດຽວກັນ, ວັງກະແລມແລງໄດ້ໃຫ້ຄຳຕອບໂຕ້ຕໍ່ເລື່ອງນີ້ວ່າ: ຣັດເຊຍເຫັນວ່າການເຈລະຈາຕ້ອງການສອງຝ່າຍພ້ອມກັນເຂົ້າຮ່ວມ, ກ່ອນຈັດການເຄື່ອນໄຫວທາງການທະຫານພິເສດ ຣັດເຊຍກໍ່ຍັງສຸມກຳລັງເພື່ອບັນລຸເປົ້າໝາຍໂດຍຜ່ານວິຖີທາງການທູດແບບສັນຕິມາໂດຍຕະຫຼອດ.