ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 10 ເດືອນ ປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ

2022-10-05 10:50:30 CRI


  ວັນທີ 4 ຕຸລານີ້, ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ, ນັບແຕ່ທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 10 ເດືອນເປັນຕົ້ນມາ, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 7.390.000 ເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 8.510.000 ໂຕນ, ໃນນັ້ນ ສິນຄ້າຂ້າມຊາດບັນລຸເຖິງ 1.540.000 ໂຕນ, ເຊິ່ງເປັນຜົນງານທີ່ດີເດັ່ນ.



   ວັນທີ 3 ຕຸລານີ້, ຂະບວນລົດຂົນສົ່ງສິນຄ້າສາກົນ “ທາງດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 200 ຖ້ຽວ.ຈຳນວນການແລ່ນລົດຈາກການອີງຕາມຄວາມຕ້ອງການໃນໄລຍະຕົ້ນຂະຫຍາຍໄປຮອດອາທິດ 3 ຖ້ຽວເປັນຢ່າງໜ້ອຍໂດຍໄດ້ຂົນສົ່ງສິນຄ້າໄປໃຫ້ປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ ,ສິງກະໂປ ແລະ ອື່ນໆ.




 ຄຽງຄູ່ກັບສິ່ງກໍ່ສ້າງາສີ, ສະຖານີຕູ້ຄອນເທັນເນີ ແລະ ສາງຮັກສາພາສີເປັນຕົ້ນຂອງທາງລົດໄຟຈີນ-ລາວໄດ້ຮັບການສ້າງສຳເລັດເທື່ອລະກ້າວ, ປະສິດທິພາບການຜ່ານດ່ານຂອງສິນຄ້າຂ້າມຊາດໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ສິນຄ້ານັບມື້ນັບຫຼາຍໄດ້ເລືອກການຂົນສົ່ງຜ່ານທາງລົດໄຟຈີນ-ລາວ.