ຕໍາຫຼວດອິນໂດເນເຊຍຫຼາຍຄົນຖືກປົດຕຳແໜ່ງຫຼັງຈາກເຫດການຢຽບກັນຢູ່ສະໜາມກິລາບານເຕະ

2022-10-05 11:09:50 cri


ເຈົ້າໜ້າທີ່ອິນໂດເນເຊຍແຈ້ງໃຫ້ຊາບໃນວັນທີ 3 ຕຸລານນີ້ວ່າ: ຫຼັງຈາກເກີດການປະທະກັນ ແລະເຫດການຢຽບກັນໃນການແຂ່ງຂັນບານເຕະທີ່ຈັດຂຶ້ນຢູ່ນະຄອນມາລາງແຂວງຈາວາຕາເວັນອອກຂອງອິນໂດເນເຊຍແລ້ວ, ມີຕຳຫຼວດ 10 ຄົນລວມທັງຫົວໜ້າຫ້ອງການຕຳຫຼວດນະຄອນມາລາງຖືກປົດຕຳແໜ່ງ, ນອກຈາກນັ້ນ, ຍັງມີຕຳຫຼວດ 10 ກວ່າຄົນທີ່ໃຊ້ລະເບີດຄວັນເຮັດໃຫ້ແສບຕາຕໍ່ແຟນບານຖືກສືບສວນ.

ຕອນຄ່ຳວັນທີ 1 ຕຸລານີ້,  ໃນເວລາການແຂ່ງຂັນບານເຕະຮອບໜຶ່ງທີ່ຈັດຂຶ້ນຢູ່ນະຄອນມາລາງສິ້ນສຸດລົງ, ແຟນບານຂອງທີມບານເຕະທີ່ເສຍໄຊບໍ່ພໍໃຈຕໍ່ຜົນການແຂ່ງຂັນ,   ຫຼາຍຄົນໄດ້ເຂົ້າເດີ່ນບານໂດຍຂ້າມຮາວກັ້ນ, ເຮັດໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່. ຕຳຫຼວດປ້ອງກັນການໃຊ້ຄວາມຮຸນແຮງໄດ້ໃຊ້ລະເບີດຄວັນເຮັດໃຫ້ແສບຕາເພື່ອຫວັງຢາກສະກັດກັ້ນ ແລະຂັບໄລ່ແຟນບານ, ແຟນບານຈຶ່ງແລ່ນໜີຢ່າງຟ້າວຟັ່ງ ແລະເກີດເຫດການຢຽບກັນ. ເຫດການດັ່ງກ່າວໄດ້ເຮັດໃຫ້ມີຄົນເສຍຊີວິດ 131 ຄົນ, ສາເຫດການເສຍຊີວິດສ່ວນຫຼາຍແມ່ນຖືກຢຽບ ຫຼືໝົດລົມຫາຍໃຈ, ມີຫຼາຍກວ່າ 320 ຄົນໄດ້ຮັບບາດເຈັບ,  ມີຈຳນວນໜຶ່ງບາດເຈັບສາຫັດ.

ທ່ານໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ສັ່ງໃຫ້ຢຸດການແຂ່ງຂັນບານຕະພາຍໃນປະເທດ, ຈົນເຖິງສຳເລັດການປະເມີນຄວາມປອດໄພ ແລະເພີ່ມທະວີການປ້ອງກັນຄວາມປອດໄພຢູ່ເດີ່ນບານ.