ຄູສອນແລະນັກຮຽນເກືອບ 1 ແສນຄົນຂອງໄທຖືກໄພນ້ຳຖ້ວມກະທົບ

2022-10-05 11:11:12 cri


ວັນທີ 4 ຕຸລານີ້, ທ່ານນາງ ຕຣີນຸດ ທຽນທອງ ລັດຖະມົນຕີກະຊວງສຶກສາທິການຂອງໄທກ່າວວ່າ, ເພື່ອຮັບມືກັບໄພນ້ຳຖ້ວມທີ່ໜັກໜ່ວງໃນປັດຈຸບັນນີ້, ລະບົບພາຍໃນກະຊວງສຶກສາທິການໄດ້ສ້າງຕັ້ງສູນຂ່າວກ່ຽວກັບໄພນ້ຳຖ້ວມ, ເພື່ອເກັບກຳສະພາບການຫຼ້າສຸດຂອງໂຮງຮຽນ, ຄູສອນແລະນັກຮຽນ. ນັບມາຮອດມື້ດຽວກັນ, ລວມທັງໝົດແລ້ວ, ໄດ້ມີໂຮງຮຽນ 5059 ແຫ່ງໄດ້ລາຍງານສະພາບການ, ໃນນັ້ນ, ມີໂຮງຮຽນ 782 ແຫ່ງໄດ້ຖືກໄພນ້ຳຖ້ວມກະທົບ, ຄູສອນແລະນັກຮຽນເກືອບ 1 ແສນຄົນໄດ້ປະສົບໄພ, ໃນນັ້ນ, ແຂວງໄຊຍະພູມແລະສີສະເກດທີ່ພາກຕາເວັນອອກສຽງເໜືອພ້ອມດ້ວຍແຂວງພຣະນະຄອນສີອະຍຸທະຍາທີ່ພາກກາງແມ່ນບ່ອນປະສົບໄພທີ່ໜັກໜ່ວງກວ່າໝູ່.


ກະຊວງສຶກສາທິການແຈ້ງໃຫ້ອົງການສຶກສາທ້ອງຖິ່ນຕ່າງໆ ສືບຕໍ່ຕິດຕາມຜົນສະທ້ອນຈາກອາກາດຮ້າຍແຮງທີ່ອາດຈະເກີດຂຶ້ນລະຫວ່າງວັນທີ 4 ຫາວັນທີ 9 ຕຸລານີ້, ແລະປົວແປງຕຶກອາຄານຂອງໂຮງຮຽນທີ່ປະສົບໄພ, ພ້ອມກັນນັ້ນ, ເຕືອນໃຫ້ນັກຮຽນ, ຄູສອນແລະພໍ່ແມ່ນັກຮຽນ ຄວນມີສະຕິປ້ອງກັນຄວາມອັນຕະລາຍຕ່າງໆທີ່ເກີດຂຶ້ນຍ້ອນໄພນ້ຳຖ້ວມ, ເຊັ່ນ: ພະຍາດຕິດແປດ, ອຸບັດເຫດຄົມມະນາຄົມ, ຄວາມອັນຕະລາຍໃນດ້ານການໃຊ້ໄຟຟ້າ, ສັດອັນຕະລາຍ ເຊັ່ນ ງູພິດແລະອື່ນໆ.