ສາຍໄຟຟ້າຢູ່ພື້ນທະເລນອກແວຂາດ

2022-10-05 11:06:05 cri


ວັນທີ 4 ຕຸລານີ້, ບໍລິສັດວິທະຍຸໂທລະພາບນອກແວລາຍງານວ່າ, ສາຍໄຟຟ້າຢູ່ພື້ນທະເລລະຫວ່າງ ເຮນນິງສເວີ ກັບ ສໂວຣເວີ ຂອງໝູ່ເກາະໂລໂຟເຕັນ ໄດ້ຂາດຢູ່ບ່ອນທີ່ຫ່າງຈາກ ເຮນນິງສເວີ ໄປທາງທິດຕາເວັນອອກ 500 ແມັດ.


ປັດຈຸບັນ ວຽກງານສ້ອມແປງຍັງພວມດຳເນີນຢູ່, ເຊິ່ງຈະໃຊ້ເວລາຫຼາຍມື້ຫາໜຶ່ງອາທິດ. ບໍລິສັດໄຟຟ້າ ໂລໂຟດຄຣັຟດ໌ ນອກແວກ່າວວ່າ, ຍັງບໍ່ຮູ້ສາເຫດທີ່ພາໃຫ້ເກີດເຫດການເທື່ອ.