ຊາວຈີນສະເຫຼີມສະຫຼອງວັນຊາດຈີນຢູ່ອະວະກາດເປັນຄັ້ງທຳອິດ

2022-10-05 11:13:02 cri

   ໃນວັນຊາດຈີນປີນີ້, ນັກບິນອະວະກາດຈີນໄດ້ສະເຫຼີມສະຫຼອງຢູ່ອະວະກາດເປັນຄັ້ງທຳອິດ. ຈຸບິນອະວະກາດຂອງຍານອະວະກາດເຊີນໂຈ່ວ 14 ທີ່ພວມປະຕິບັດໜ້າທີ່ຢູ່ສະຖານີອະວະກາດຈີນໄດ້ຖືທຸງຊາດເພື່ອສະແດງຈິດໃຈຮັກຊາດ, ທັງໄດ້ສະເຫຼີມສະຫຼອງວັນເກີດໃຫ້ແກ່ປະເທດຊາດດ້ວຍພາບຖ່າຍອັນສະຫງ່າງາມທີ່ຖ່າຍຢູ່ເທິງອະວະກາດ.