WTOຄາດຄະເນວ່າຈັງຫວະການເຕີບໂຕດ້ານການຄ້າທົ່ວໂລກປີ 2023 ຈະຊ້າລົງຢ່າງຫຼວງຫຼາຍ

2022-10-06 10:44:28 cri


ວັນທີ 5 ຕຸລານີ້ຕາມເວລາທ້ອງຖິ່ນ, ຢູ່ເຊີແນວ, ອົງການການຄ້າໂລກ ຫຼື WTO ໄດ້ເປີດເຜີຍບົດລາຍງານການຄາດຄະເນການຄ້າສະບັບຫຼ້າສຸດ. ຍ້ອນວ່າການກະທົບຫຼາຍດ້ານໄດ້ສ້າງຄວາມກົດດັນໃຫ້ແກ່ເສດຖະກິດທົ່ວໂລກ, WTOຄາດຄະເນວ່າການຄ້າທົ່ວໂລກຈະຂາດເຂີນແຮງຂັບເຄື່ອນໃນ 6 ເດືອນທ້າຍປີ2022 ແລະຈັງຫວະການເຕີບໂຕໃນປີ 2023 ຈະຊັກຊ້າລົງ.

WTO ຄາດຄະເນວ່າ: ຍອດມູນຄ່າການຄ້າສິນຄ້າທົ່ວໂລກໃນປີ 2022 ຈະເພີ່ມຂຶ້ນ 3,5%, ເຊິ່ງສູງກວ່າການຄາດຄະເນໃນເດືອນເມສາທີ່ເປັນ 3%ນັ້ນ ໜ້ອຍດຽວ. ແຕ່ຄາດຄະເນວ່າຈັງຫວະການເຕີບໂຕໃນປີ 2023 ມີພຽງແຕ່ 1% ເຊິ່ງຕ່ຳກວ່າການຄາດຄະເນໃນກ່ອນໜ້ານີ້ທີ່ເປັນ 3,4%ນັ້ນ ຢ່າງຫຼວງຫຼາຍ. ຄາດວ່າຈັງຫວະການເຕີບໂຕຂອງ GDP ທົ່ວໂລກຈະເພີ່ມຂຶ້ນ 2,8% ໃນປີ 2022 ແລະເພີ່ມຂຶ້ນ 2,3% ໃນປີ 2023.

WTOຊີ້ໃຫ້ເຫັນວ່າ: ການຄາດຄະເນການຄ້າປີ 2023 ໃນກ່ອນໜ້ານີ້ຄືເບິ່ງໄປໃນແງ່ດີເກີນໄປ, ປັດຈຸບັນນີ້, ລາຄາພະລັງງານເພີ່ມຂຶ້ນເປັນຢ່າງຫຼາຍ, ຂອບເຂດທີ່ເກີດໄພເງິນເຟີ້ກວ້າງກວ່າເກົ່າ, ການປະທະກັນລະຫວ່າງຣັດເຊຍ ແລະອູແກຣນກໍບໍ່ມີວີແວວທີ່ຜ່ອນຄາຍລົງ. ດ້ວຍເຫດທີ່ນະໂຍບາຍເງິນຕາຂອງກຸ່ມເສດຖະກິດທີ່ພັດທະນາແລ້ວມີການປ່ຽນແປງ ແລະບໍ່ສາມາດຄາດຄະເນການປະທະກັນລະຫວ່າງຣັດເຊຍ ແລະອູແກຣນໄດ້, ສະນັ້ນ, ການຄາດຄະເນໃນປັດຈຸບັນນີ້ກໍມີຄວາມບໍ່ແນ່ນອນເປັນຢ່າງສູງ.