ອຸດສາຫະກຳກາເຟຂອງສ.ເກົາຫຼີກຽມປັບປຸງລາຄາໃຫ້ສູງຂຶ້ນອີກເທື່ອໜຶ່ງ

2022-10-06 10:27:56 CRI

 

    ຕາມສະເລ່ຍແລ້ວ, ຊາວສ.ເກົາຫຼີຈະດື່ມກາເຟ 352 ຈອກຕໍ່ປີ, ແມ່ນ 3 ເທົ່າຂອງລະດັບການບໍລິໂພກສະເລ່ຍຕໍ່ຄົນຂອງໂລກ, ແຕ່ເມັດກາເຟຂອງສ.ເກົາຫຼີຕ້ອງນຳເຂົ້າຈາກຕ່າງປະເທດທັງໝົດ, ຄຽງຄູ່ກັບລາຄາຖີບຕົວສູງຂຶ້ນ ບວກກັບເງິນວອນຂອງສ.ເກົາຫຼີອ່ອນຄ່າລົງຢ່າງຕໍ່ເນື່ອງ, ເຮັດໃຫ້ວິສາຫະກິດກາເຟຂອງສ.ເກົາຫຼີພົບຄວາມຫຍຸ້ງຍາກຫຼາຍ ກຳລັງກຽມປັບປຸງລາຄາກາເຟໃຫ້ສູງຂຶ້ນອີກເທື່ອໜຶ່ງ.


   ຍ້ອນໄດ້ຮັບຜົນກະທົບຈາກປັດໄຈຕ່າງໆ ເຊັ່ນ:ອາກາດຮ້າຍແຮງເປັນຕົ້ນ,ຜົນເກັບກ່ຽວຂອງປະເທດຜະລິດກາເຟຕົ້ນຕໍຂອງໂລກລ້ວນແຕ່ບໍ່ດີປານໃດ,ລາຄາເມັດກາເຟໃນສາກົນຖີບຕົວສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນນັ້ນ, ອັດຕາແລກປ່ຽນເງິນໂດລາກັບເງິນວອນຫຼຸດຕ່ຳລົງຢ່າງຕໍ່ເນື່ອງ, ເຮັດໃຫ້ຕົ້ນທຶນຂອງວິສາຫະກິດກາເຟສ.ເກົາຫຼີເພີ່ມຫຼາຍຂຶ້ນ. ໃນຕະຫຼາດເງິນຕາຕ່າງປະເທດຂອງເຊອູນໃນມື້ນີ້, ອັດຕາແລກປ່ຽນເງິນໂດລາກັບເງິນວອນແມ່ນ 1 ໂດລາປ່ຽນປະມານ 1.430 ວອນ. ວົງການກາເຟສ.ເກົາຫຼີກ່າວວ່າ, ຖ້າອັດຕາແລກປ່ຽນບັນລຸເຖິງ 1 ໂດລາປ່ຽນ 1.500 ວອນ ກໍ່ຈະເຮັດໃຫ້ຕົ້ນທຶນເພີ່ມຂຶ້ນປະມານ 10%.