ສິງກະໂປຍຶດໄດ້ນໍແຮດເຖື່ອນ 34 ກິໂລ

2022-10-06 11:01:41 cri


ອົງການຄຸ້ມຄອງສວນສາທາລະນະແຫ່ງຊາດສິງກະໂປເປີດເຜີຍໃນວັນທີ 5 ຕຸລານີ້ວ່າ: ສະໜາມບິນຊາງອີ ແລະອົງການຄຸ້ມຄອງສວນສາທາລະນະແຫ່ງຊາດໄດ້ກວດພົບນໍແຮດ 20 ອັນໃນຫີບເຄື່ອງເດີນທາງ 2 ໜ່ວຍ, ນ້ຳໜັກ 34 ກິໂລ, ມູນຄ່າ 8,3 ແສນໂດຣາ ເຊິ່ງເປັນຄັ້ງທີ່ສິງກະໂປຍຶດໄດ້ນໍແຮດຈຳນວນຫຼາຍທີ່ສຸດນັບມາຮອດປັດຈຸບັນ.

ອົງການຄຸ້ມຄອງສວນສາທາລະນະກ່າວວ່າ: ເຈົ້າຂອງຫີບຖືກຈັບໂຕກັບທີ່, ລາວໄດ້ເດີນທາງຈາກອາຟຣິກກາໃຕ້ໄປຮອດສິງກະໂປ ແລະຈະຕໍ່ຍົນໄປປະເທດລາວ.