ສັນຍາເຂົ້າຮ່ວມຣັດເຊຍຂອງ 4 ເຂດແຄວ້ນ ເຊັ່ນ:ດອນເນັສກ໌ເປັນຕົ້ນມີຜົນບັງຄັບໃຊ້ຢ່າງເປັນທາງການ

2022-10-06 10:13:24 CRI


    ວັນທີ 5 ຕຸລານີ້, ເວັບໄຊທາງການດ້ານກົດໝາຍຂອງຣັດເຊຍໄດ້ປະກາດຄຳສັ່ງຂອງທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍເຊັນໃນວັນທີ 4 ຕຸລານີ້,ອະນຸມັດໃຫ້ 4 ເຂດແຄວ້ນ ເຊັ່ນ: ດອນເນັສກ໌ເປັນຕົ້ນເຂົ້າຮ່ວມຣັດເຊຍໃນຖານະເປັນພາກສ່ວນຕົ້ນຕໍຂອງສະຫະພັນ ສັນຍາທີ່ກ່ຽວຂ້ອງຈະມີຜົນບັງຄັບໃຊເລີ່ມແຕ່ວັນທີ່ປະກາດໄວເປັນຕົ້ນໄປ.


    ວັນທີ 4 ຕຸລານີ້, ທ່ານວະລາດີເມຍ ປູຕິນຍັງໄດ້ເຊັນກົດໝາຍ 4 ສະບັບກ່ຽວກັບການຮັບເອົາ 4 ເຂດແຄວ້ນດັ່ງກ່າວເຂົ້າຮ່ວມຣັດເຊຍ. ມາຮອດນີ້, ຂັ້ນຕອນກົດໝາຍທີ່ 4 ເຂດແຄວ້ນເຂົ້າຮ່ວມຣັດເຊຍນັ້ນໄດ້ເຮັດສຳເລັດທັງໝົດແລ້ວ.