ປະທານາທິບໍດີອິນໂດເນເຊຍໃຫ້ຄຳໝັ້ນສັນຍາວ່າຈະສືບສວນສາເຫດຂອງເຫດການປະທະກັນລະຫວ່າງແຟນບານ

2022-10-06 11:00:45 cri


ສຳນັກຂ່າວສານຝຣັ່ງລາຍງານວ່າ, ວັນທີ 5 ຕຸລານີ້, ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ເດີນທາງໄປຮອດນະຄອນມາລາງແຂວງຈາວາຕາເວັນອອກ ແລະໄດ້ໄປຢື້ຢາມຖາມຂ່າວຄອບຄົວຜູ້ເສຍຊີວິດໃນເຫດການປະທະກັນລະຫວ່າງແຟນບານທີ່ເກີດຂຶ້ນໃນຕອນຄ່ຳຂອງວັນທີ 1 ຕຸລານີ້, ຫຼັງຈາກນັ້ນໄດ້ໄປສຳຫຼວດສະໜາມກິລາແຂວງຈາວາຕາເວັນອອກທີ່ເກີດເຫດການດັ່ງກ່າວ, ທັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບສວນສາເຫດຂອງເຫດການດັ່ງກ່າວ.

ພ້ອມດຽວກັນນັ້ນ, ທ່ານໂຈໂກ ວີໂດໂດຍັງໄດ້ສັ່ງໃຫ້ກະຊວງໂຍທາທິການ ອິນໂດເນເຊຍກວດກາສະໜາມບານເຕະທັງໝົດພາຍໃນທົ່ວປະເທດ ເພື່ອຮັບປະກັນບໍ່ໃຫ້ເຫດການປະທະກັນແບບນີ້ເກີດຂຶ້ນອີກ.