ພັນທະບັດຂອງອາເມຣິກາບຸກທະລຸເກືອບ31ພັນຕື້ໂດລາເປັນເທື່ອທຳອິດ

2022-10-06 16:45:49 cri


  ຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 3 ຕຸລານີ້, ພັນທະບັດທີ່ບໍ່ໄດ້ໄຊ້ແທນຂອງລັດຖະບານອາເມຣິກາໄດ້ບັນລຸປະມານ31,1ພັນຕື້ໂດລາ,ລື່ນກາຍລວມຍອດຜະລິດຕະພັນພາຍໃນຂອງອາເມຣິກາໃນປີກາຍທີ່ເປັນປະມານ23ພັນຕື້ໂດລານັ້ນຢ່າງຫຼວງຫຼາຍ.

  ພັນທະບັດຂອງອາເມຣິກາທີ່ມີຈຳນວນທັງສູງທັງເພີ່ມຂຶ້ນບໍ່ຢຸດບໍ່ເຊົານັ້ນ ບໍ່ພຽງແຕ່ເປັນສິ່ງທ້າທາຍຕໍ່ການເງິນອາເມຣິກາເທົ່ານັ້ນ,ທັງຂົ່ມຂູ່ເຖິງອະນາຄົດທາງເສດຖະກິດຂອງອາເມຣິກາອີກ. ການປະກັນສັງຄົມແລະປະກັນໄພດ້ານການປິ່ນປົວຂອງສະຫະລັດທີ່ມີສ່ວນກ່ຽວຂ້ອງອັນແໜ້ນແຟ້ນກັບຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາລ້ວນແຕ່ເກືອບລົ້ມລະລາຍແລ້ວ.

  ພາຍໃຕ້ເບື້ອງຫຼັງທີ່ລັດຖະບານອາເມຣິກາສືບຕໍ່ເປີດກວ້າງລາຍຈ່າຍດ້ານການເງິນແລະອົງການFEDເພີ່ມດອກເບ້ຍຢ່າງບໍ່ຢຸດຢັ້ງ,ພັນທະບັດຂອງລັດຖະບານອາເມຣິກາເພີ່ມຂຶ້ນຢ່າງວ່ອງໄວເຮັດໃຫ້ວົງການຕ່າງໆເປັນຫ່ວງຫຼາຍ. ນັກເສດຖະສາດເຫັນໂດຍທົ່ວໄປວ່າ: ຖ້າພັນທະບັດອາເມຣິກາລະເມີດສັນຍາແທ້ໆ,ຈະເກີດຜົນຮ້າຍທີ່ໜັກໜ່ວງກວ່າເກົ່າ,ຈົນກະທັ້ງພາໃຫ້ເກີດວິກິດການການເງິນສາກົນກໍເປັນໄດ້.