ພຣະນະຄອນສີອະຍຸທະຍາຂອງໄທປະສົບໄພນ້ຳຖ້ວມທີ່ໜັກໜ່ວງ,ບູຮານະສະຖານ40ກວ່າແຫ່ງຖືກຖ້ວມ

2022-10-06 16:48:52 cri


  ວັນທີ 5 ຕຸລານີ້,ກະຊວງວັດທະນະທຳໄທເຜີຍໃຫ້ຮູ້ວ່າ: ໂດຍໄດ້ຮັບຜົນສະທ້ອນຈາກລົມພະຍຸ, ໃນຫວ່າງມໍ່ໆມານີ້ ຫຼາຍແຫ່ງຂອງໄທໄດ້ເກີດໄພນ້ຳຖ້ວມ,ລະດັບນ້ຳຂອງແມ່ນ້ຳອ້ອມສວນສາທາລະນະສາກເມືອງເກົ່າແກ່ອະຍຸທະຍາທາງພາກກາງຂອງໄທໄດ້ສູງຂຶ້ນຫຼາຍກວ່າ 1 ແມັດ. ພາກສ່ວນປ້ອງກັນວັດຖຸບູຮານທ້ອງຖິ່ນໄດ້ດຳເນີນການປ້ອງກັນບູຮານະສະຖານທີ່ຢູ່ເຂດແກນກາງຂອງສວນສາທາລະນະດັ່ງກ່າວ,ຈິ່ງບໍ່ໄດ້ເກີດຜົນກະທົບອັນໜັກໜ່ວງຕໍ່ບູຮານະສະຖານໃນສ່ວນໃຫຍ່,ແຕ່ຍັງມີ40ກວ່າແຫ່ງທີ່ຢູ່ບ່ອນຕ່ຳພາຍໃນສວນສາທາລະນະຖືກນ້ຳຖ້ວມ.

  ປັດຈຸບັນ ພາກສ່ວນປ້ອງກັນວັດຖຸບູຮານທ້ອງຖິ່ນໄດ້ໃຊ້ມາດຕະການປ້ອງກັນນ້ຳຖ້ວມລະດັບສູງສຸດຕໍ່ບູຮານະສະຖານຢູ່ແຫ່ງຕ່າງໆ,ຊຶ່ງລວມທັງການສ້າງຄັນຄູປ້ອງກັນນ້ຳຖ້ວມຢູ່ທີ່ອ້ອມຂ້າງສວນສາທາລະນະໃຫ້ສູງຂຶ້ນ,ພະຍາຍາມເຮັດໃຫ້ຜົນຮ້າຍຂອງນ້ຳຖວມທີ່ມີຕໍ່ບູຮານະສະຖານນັ້ນຫຼຸດໜ້ອຍລົງເຖິງລະດັບຕ່ຳສຸດ.