ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດກອງປະຊຸມກ່ຽວກັບບັນຫາແຫຼມເກົາຫຼີຢ່າງເປີດເຜີຍ

2022-10-07 10:30:17 CRI

    ວັນທີ 5 ຕຸລານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຢ່າງເປີດເຜີຍກ່ຽວກັບບັບຫາທີ່ສປປເກົາຫຼີຍິງສົ່ງລູກສອນໄຟນຳວິຖີໄລຍະກາງ. ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວວ່າ,ການຫາລືໂດຍຜ່ານການສົນທະນາກັນແມ່ນວິທີພຽງໜຶ່ງດຽວທີ່ແກ້ໄຂບັນຫາແຫຼມເກົາຫຼີ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນເລັງໃສ່ພາກສ່ວນໃຫຍແຫງ່ສັນຕິພາບ ແລະ ສະຖຽນລະພາບຂອງແຫຼມເກົາຫຼີ, ປ້ອງກັນບໍ່ໃຫ້ສະຖານະການຮຸນແຮງຂຶ້ນ.

 


ທ່ານເກີງສວງກ່າວເນັ້ນໜັກວ່າ, ສະພາຄວາມໝັ້ນຄົງຄວນເສີມຂະຫຍາຍບົດບາດລັກສະນະສ້າງສັນໃນບັນຫາແຫຼມເກົາຫຼີ, ຫາກບໍ່ແມ່ນໃຊ້ຄວາມກົດດັນແຕ່ຢ່າງດຽວ. ໃນຖານະທີ່ເປັນປະເທດໃກ້ຄຽງຂອງແຫຼມເກົາຫຼີ, ຈີນແມ່ນເອົາໃຈໃສ່ນຳສະຖານະການຂອງແຫຼມເກົາຫຼີໃນລະດັບສູງ, ຍຶດໝັ້ນຮັກສາສະຕິພາບ ແລະ ສະຖຽນລະພາບຂອງແຫຼມເກົາຫຼີຢ່າງສະເໝີຕົ້ນສະເໝີປາຍ ແລະ ຍຶດໝັ້ນໃຫ້ບັນລການປອດນິວເຄລຍຢູ່ແຫຼມເກົາຫຼີ.

 

    ໃນກອງປະຊຸມ, ທ່ານຄາເລັດ ເຄຍຣີ ຜູ້ຊ່ວຍເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທີ່ີຮັບຜິດຊອບວຽກງານທາງການເມືອງຂອງເຂດຕາເວັນອອກກາງ ແລະ ເຂດອາຊີ-ປາຊິຟິກໄດ້ແຈ້ງໃຫ້ຮູ້ສະພາບທີ່ກ່ຽວຂ້ອງ.