6ຄົນຖືກກ່າວຟ້ອງທາງອາຍາຍ້ອນເຫດການປະທະກັນລະຫວ່າງແຟນບານອິນໂດເນເຊຍ

2022-10-07 11:59:50 cri


  ວັນທີ6ຕຸລານີ້,ທ່ານ ລິສຕີວ ຊິກິດ ພຣາໂບໂວ ຜູ້ບັນຊາການໃຫຍ່ຕຳຫຼວດແຫ່ງຊາດອິນໂດເນເຊຍກ່າວວ່າ: ໂດຍຜ່ານການສືບສວນ,ມີ6ຄົນຈະຖືກກ່າວຟ້ອງທາງອາຍາຍ້ອນເຫດການປະທະກັນລະຫວ່າງແຟນບານທີ່ເກີດຂຶ້ນໃນອາທິດແລ້ວນີ້.

  ຕອນຄ່ຳວັນທີ1ຕຸລານີ້,ໃນຍາມການແຂ່ງຂັນເຕະບານທີ່ຈັດຂຶ້ນຢູ່ນະຄອນມາລາງສິ້ນສຸດລົງ, ຜູ້ສະໜັບສະໜູນທີມບານເຕະທີ່ປະລາໄຊໃນການແຂ່ງຂັນບໍ່ພໍໃຈຕໍ່ຜົນການແຂ່ງຂັນ,ຈິ່ງມີຫຼາຍໆຄົນຂ້າມຮາວເຂົ້າໄປໃນເດີ່ນແຂ່ງຂັນ,ແລະເກີດການປະທະກັນແລະຢຽບກັນ,ຈົນເຮັດໃຫ້ມີຄົນເສຍຊີວິດ131ຄົນ.