ຈັດກອງປະຊຸມຜູ້ນຳປະຊາຄົມການເມືອງເອີຣົບຄັ້ງທຳອິດ

2022-10-07 10:53:39 cri


ກອງປະຊຸມຜູ້ນຳປະຊາຄົມການເມືອງເອີຣົບຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງປຣາກປະເທດເຊັກໃນວັນທີ 6 ຕຸລານີ້, ນອກຈາກ 27 ປະເທດສະມາຊິກຂອງສະຫະພາບເອີຣົບແລ້ວ, ຍັງມີ 17 ປະເທດ ແລະເຂດແຄວ້ນໃນທະວີບເອີຣົບໄດ້ເຂົ້າຮ່ວມຕາມຄຳເຊີນ,ເຊັ່ນ: ອັງກິດ, ຕູຣາເຄຍ, ອູແກຣນ ແລະອື່ນໆ. ເພື່ອຮ່ວມກັນປຶກສາຫາລືບັນຫາຕ່າງໆພາຍໃຕ້ສະຖານະການອັນໃໝ່, ເຊັ່ນ: ຄວາມໝັ້ນຄົງໃນເອີຣົບ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດ ແລະອື່ນໆ.

ຜູ້ສັງເກດການເຫັນວ່າ: ຍ້ອນວ່າມີຂໍ້ຂັດແຍ້ງຫຼາຍໃນບັນຫາພາກພື້ນສ່ວນໜຶ່ງ, ປະເທດ ແລະເຂດແຄວ້ນທີ່ເຂົ້າຮ່ວມກອງປະຊຸມຍາກທີ່ຈະບັນລຸຫຼັກໝັ້ນທີ່ເປັນເອກະພາບກັນ, ປະຊາຄົມການເມືອງເອີຣົບອາດຈະກາຍເປັນ  “ສະໂມສອນສົນທະນາລ້າໆ” ທີ່ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້.