ທ່ານກູເຕີເຣັສສະແດງຄວາມໂສກເສົ້າຕໍ່ຄອບຄົວຜູ້ເສຍຊີວິດໃນເຫດການສັງຫານໝູ່ຢູ່ປະເທດໄທ

2022-10-07 11:58:49 cri


  ວັນທີ6ຕຸລານີ້,ທ່ານອັນໂຕນີໂອ ກູເຕິເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການໂດຍຜ່ານໂຄສົກ,ໄດ້ສະແດງຄວາມແຕກຕື່ນແລະຄວາມໂສກເສົ້າຕໍ່ເຫດການສັງຫານໝູ່ທີ່ເກີດຂຶ້ນຢູ່ໄທໃນມື້ດຽວກັນ. ທ່ານກູເຕີເຣັສໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຜູ້ເສຍຊີວິດແລະອວຍພອນໃຫ້ຜູ້ໄດ້ຮັບບາດເຈັບຈົ່ງຟື້ນຟູສຸຂະພາບໂດຍໄວ.

  ສື່ມວນຊົນໄທລາຍງານວ່າ: ໃນຕອນເຊົ້າວັນທີ7ຕຸລານີ້ ທ່ານປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ໄປຢາມຄອບຄົວຜູ້ປະສົບເຄາະຮ້າຍຢູ່ສະຖານທີ່ເກີດເຫດ,ທ່ານຮຽກຮ້ອງພາກສ່ວນຕ່າງໆຕ້ອງພະຍາຍາມສຸດຂີດຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍ.