ເຫດການສັງຫານໝູ່ຢູ່ພາກຕາເວັນອອກສຽງເໜືອປະເທດໄທໄດ້ເຮັດໃຫ້ທີຜູ້ເສຍຊີວິດເພີ່ມຂຶ້ນຮອດ 38 ຄົນ

2022-10-07 10:49:57 cri




ວັນທີ 6 ຕຸລານີ້, ແຂວງໜອງບົວລຳພູທາງພາກຕາເວັນອອກສຽງເໜືອປະເທດໄທໄດ້ເກີດເຫດການສັງຫານໝູ່ຢ່າງຮ້າຍແຮງ, ນັບມາຮອດຕອນເຊົ້າວັນທີ 7, ເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 38 ຄົນ, ມີຫຼາຍຄົນໄດ້ຮັບບາດເຈັບ.

ສູນພັດທະນາເດັກທ້ອງຖິ່ນແຫ່ງໜຶ່ງແມ່ນສະຖານທີ່ເກີດເຫດຕົ້ນຕໍ, ຜູ້ກໍ່ເຫດໄດ້ສັງຫານຫຼາຍຄົນຢູ່ນອກສູນພັດທະນາເດັກກ່ອນ, ແລ້ວບຸກເຂົ້າສູນດັ່ງກ່າວທຳຮ້າຍເດັກນ້ອຍທີ່ພວມນອນເວັນດ້ວຍມີດຈົນເສຍຊີວິດ ທັງໄດ້ຍິງປືນໃສ່ຄູສອນ. ຫຼັງຈາກນັ້ນ, ຜູ້ກໍ່ເຫດໄດ້ຂັບລົດແລ່ນໜີຈາກສູນ, ເວລາພົບຜູ້ສະກັດກັ້ນກໍຂັບລົດຕຳທັງຍິງປືນໃສ່ພ້ອມ, ໂດຍໄດ້ເຮັດໃຫ້ຫຼາຍຄົນເສຍຊີວີດອີກ. ຜູ້ກໍ່ເຫດກັບເມືອບ້ານແລ້ວໄດ້ສັງຫານເມຍ ແລະລູກຂອງຕົນ, ຕໍ່ມາ, ກໍຍິງປືນຂ້າຕົນເອງໃຫ້ຕາຍ.

ຕາມຂ່າວລາຍງານວ່າ, ຜູ້ກໍ່ເຫດເຄີຍເປັນຕຳຫຼວດ, ຖືກປົດຕຳແໜ່ງຍ້ອນຕິດຢາເສບຕິດ.