ປະທານາທິບໍດີອິນໂດເນເຊຍຮຽກຮ້ອງໃຫ້ລັດຖະສະພາຂອງບັນດາປະເທດເພີ່ມທະວີການຮ່ວມມືກັນເພື່ອຊຸກຍູ້ໃຫ້ເສດຖະກິດທົ່ວໂລກຟື້ນຕົວຄືນ

2022-10-07 11:57:45 cri


  ໃນກອງປະຊຸມປະທານລັດຖະສະພາກຸ່ມ20ປະເທດຫຼືG20ໃນວັນທີ6ຕຸລານີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ຮຽກຮ້ອງໃຫ້ລັດຖະສະພາຂອງບັນດາປະເທດຈົ່ງເພີ່ມທະວີການຮ່ວມມືກັນເພື່ອຜ່ານຜ່າວິກິດການທົ່ວໂລກ,ຊຸກຍູ້ໃຫ້ເສດຖະກິດທົ່ວໂລກຟື້ນຕົວຄືນ.

  ທ່ານໂຈໂກ ວິໂດໂດກ່າວວ່າ: ລັດຖະສະພາບັນດາປະເທດຕ້ອງກາຍເປັນພາກສ່ວນໜຶ່ງຂອງແຜນການແກ້ໄຂວິກິດການທົ່ວໂລກ ເພື່ອບັນລຸໃຫ້ສ້າງຕັ້ງການສົນທະນາກັນ,ຊຸກຍູ້ຄວາມສາມັກຄີແລະຫຼີກລຽງຄວາມແຕກແຍກກັນ. ລັດທິຫຼາຍຝ່າຍເປັນວິທີທີ່ມີປະສິດທິຜົນຫຼາຍທີ່ສຸດໃນການຜ່ານຜ່າສິ່ງທ້າທາຍຮ່ວມ,ບໍ່ມີປະເທດໃດຫຼືເທົ່າໃດປະເທດສາມາດແກ້ໄຂບັນຫາໃດໆພຽງແຕ່ຝ່າຍດຽວ.

  ກອງປະຊຸມປະທານລັດຖະສະພາG20ມີຈຸດປະສົງຊຸກຍູ້ການຮ່ວມມືກັນລະຫວ່າງລັດຖະສະພາຂອງບັນດາປະເທດ,ເພື່ອສະໜັບສະໜູນວາລະປະຊຸມຂອງກອງປະຊຸມສຸດຍອດG20 ແລະ ຈັດຕັ້ງປະຕິບັດສັນຍາທີ່ກ້າວເຖິງຂັ້ນຕົກລົງກັນ.