ຈີນກ່າວວ່າ: ເຈດຕະນາໃດໆທີ່ຫວັງຢາກກົດດັນ ແລະສະກັດກັ້ນຈີນດ້ວຍຂໍ້ອ້າງຊີ່ນຈ່ຽງຈະບໍ່ໄດ້ຜົນທັງນັ້ນ

2022-10-07 10:50:57 cri


ວັນທີ 6 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບສະພາສິດທິມະນຸດອົງການສະຫະປະຊາຊາດບໍ່ຮັບຮອງຮ່າງຂໍ້ຕົກລົງກ່ຽວກັບເຂດຊີ່ນຈ່ຽງປະເທດຈີນ.

ມີນັກຂ່າວຖາມວ່າ: ວັນທີ 6 ຕຸລານີ້, ກອງປະຊຸມຄັ້ງທີ 51 ຂອງສະພາສິດທິທະນຸດອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງຂໍ້ຕົກລົງກ່ຽວກັບເຂດຊີ່ນຈ່ຽງປະເທດຈີນສະບັບໜຶ່ງທີ່ອາເມຣິກາເປັນຜູ້ນຳໜ້າຍື່ນໃຫ້, ສຸດທ້າຍຮ່າງຂໍ້ຕົກລົງດັ່ງກ່າວບໍ່ໄດ້ຜ່ານການຮັບຮອງ, ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປະຊາຄົມໂລກໄດ້ຮັບຮູ້ດີຕໍ່ເຈດຕະນາອັນຊົ່ວຮ້າຍຂອງປະເທດຕາເວັນຕົກ, ຄື: ອາເມຣິກາເປັນຕົ້ນ ທີ່ຫວັງຢາກກົດດັນ ແລະສະກັດກັ້ນຈີນດ້ວຍຂໍ້ອ້າງເຂດຊີ່ນຈ່ຽງ, ໄດ້ຄຽດຊັງສຸດຂະໜາດຕໍ່ການກະທຳຊົ່ວຂອງປະເທດເຫຼົ່ານີ້ທີ່ແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍຂໍ້ອ້າງສິດທິມະນຸດ.

ຄວາມຈິງໄດ້ຢືນຢັນໃຫ້ເຫັນຮອບແລ້ວຮອບເລົ່າວ່າ: ການກະທຳທີ່ຫັນບັນຫາສິດທິມະນຸດເປັນການເມືອງ ແລະໃຊ້ສອງມາດຕະຖານບໍ່ໄດ້ຮັບການສະໜັບສະໜູນຈາກຝ່າຍຕ່າງໆ, ເຈດຕະນາໃດໆທີ່ຫວັງຢາກກົດດັນ ແລະສະກັດກັ້ນຈີນດ້ວຍຂໍ້ອ້າງບັນຫາກ່ຽວກັບເຂດຊີ່ນຈ່ຽງຈະບໍ່ໄດ້ຜົນທັງນັ້ນ.