ນັກການເມືອງ ແລະ ນັກທຸລະກິດສົມຮູ້ຮ່ວມຄິດຫາເງິນຈາກສົງຄາມ ອາເມຣິກາກາຍເປັນຜູ້ໄດ້ຮັບຜົນປະໂຫຍດຈາກວິກິດການພະລັງງານ

2022-10-08 15:31:32 CRI


ຫຼັງຈາກເກີດມີການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນແລ້ວ, ອາເມຣິກາ ແລະ ບັນດາປະເທດຕາເວັນຕົກໄດ້ໃຊ້ມາດຕະການລົງໂທດຫຼາຍຮອບຕໍ່ຣັດເຊຍທີ່ເປັນປະເທດໃຫຍ່ໃນດ້ານການສົ່ງອອກພະລັງງານ, ຢູ່ຕະຫຼາດພະລັງງານທົ່ວໂລກໄດ້ເກີດມີຄວາມປັ່ນປ່ວນ, ເງົາມືດຂອງວິກິດການພະລັງງານໄດ້ແຜ່ລາມກວ້າງອອກຢ່າງບໍ່ຢຸດຢັ້ງ. ໃນເວລາທີ່ບັນຫາພະລັງງານໄດ້ກົດໜ່ວງການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍປະເທດນັ້ນ, ມີສື່ມວນຊົນຄົ້ນເຫັນວ່າ, ບໍລິສັດໃຫຍ່ດ້ານພະລັງງານອາເມຣິກາພັດໄດ້ສວຍໃຊ້ໂອກາດທີ່ເກີດການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນນັ້ນຄວ້າເອົາຜົນກຳໄລອັນໃຫຍ່ຫຼວງໃນຕະຫຼາດພະລັງງານ.

 

ຂ່າວສານບຣູມເບີກແຈ້ງວ່າ, ປະລິມານສົ່ງອອກນ້ຳມັນເຊື້ອໄຟຂອງອາເມຣິກາຕໍ່ເອີຣົບໃນເດືອນດຽວໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ນັບແຕ່ປີ 2016 ເປັນຕົ້ນມາ. ໃນດ້ານອາຍແກັດທຳມະຊາດ, ຂໍ້ມູນຂອງອົງການພະລັງງານສາກົນສະແດງໃຫ້ເຫັນວ່າ, ໃນເດືອນມິຖຸນາປີ 2022 ນີ້, ອາຍແກັດແຫຼວທີ່ສະຫະພາບເອີຣົບນຳເຂົ້າຈາກອາເມຣິກາໄດ້ຫຼາຍກວ່າອາຍແກັດທຳມະຊາດທີ່ນຳເຂົ້າຜ່ານທໍ່ສົ່ງຈາກຣັດເຊຍເປັນຄັ້ງທຳອິດ.

 

ປັດຈຸບັນນີ້, ອາຍແກັດທຳມະຊາດທາດແຫຼວຫຼາຍກວ່າ 70%ຂອງອາເມຣິກາໄດ້ສົ່ງເຂົ້າໄປສູ່ເອີຣົບ, ກໍຍ້ອນວ່າປະລິມານສົ່ງອອກອາຍແກັດແຫຼວຕໍ່ເອີຣົບເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈຶ່ງເຮັດໃຫ້ອາເມຣິກາກາຍເປັນປະເທດໃຫຍ່ອັນດັບໜຶ່ງໃນການສົ່ງອອກອາຍແກັດແຫຼວໃນ 6 ເດືອນທຳອິດປີ 2022 ນີ້.

 

ເນື່ອງຈາກຜົນກະທົບຂອງເລື່ອງນີ້, ວິສາຫະລກິດຈຳນວນຫຼວງຫຼາຍຂອງເອີຣົບໄດ້ຕົກເຂົ້າໃນສະພາບຄວາມຫຍຸ້ງຍາກຍ້ອນວິກິດການດ້ານພະລັງງານ, ອຸດສາຫະກຳການຜະລິດທີ່ເປັນຫົວຈັກຫຼັກແຫຼ່ງຈຳນວນໜຶ່ງໄດ້ສວຍໂອກາດຍົກຍ້າຍໄປອາເມຣິກາທີ່ມີພະລັງງານຢ່າງໝັ້ນທ່ຽງໂດຍທຽບຖານ. ດັ່ງນັ້ນ, ອາເມຣິກາໄດ້ຄວ້າເອົາຜົນປະໂຫຍດຈາກວິກິດການ, ເສຍສະຫຼະຜົນປະໂຫຍດຂອງເອີຣົບ, ເຮັດໃຫ້ຕົນເອງກາຍເປັນຜູ້ໄດ້ຮັບຜົນປະໂຫຍດແຕ່ຝ່າຍດຽວໃນວິກິດການພະລັງງານ.